• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ໝັ້ນໝາຍ​ສັນ​ຍາ​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ

ຫວຽດນາມ ໝັ້ນໝາຍ ຈະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປາດຖະໜາສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ສປຊ ແລະ ບັນດາປະເທດສະມາຊິກ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກປັດຈຸບັນ.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ (ພາບ:Vietnam+)

ກອງປະຊຸມຄັ້ງທີ 65 ຂອງ ຄະນະກຳມະການຖານະບົດບາດຂອງ ແມ່ຍິງ ສປຊ ຖືກຈັດຂຶ້ນຜ່ານທາງອອນລາຍ ແຕ່ວັນທີ 15 ມີນາ ຫາວັນທີ 26 ມີນາ ປິ 2021 ດ້ວຍບັນດາເຫດການຖືກຈັດຂຶ້ນ ໂດຍປິນອ້ອມຫົວຂໍ້ບຸລິມະສິດ ກ່ຽວກັບ “ການເຂົ້າຮ່ວມຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ວາງນະໂຍບາຍຂອງແມ່ຍິງ ໃນຊີວິດສັງຄົມ ກໍຄື ລົບລ້າງການໃຊ້ຄວາມຮຸນແຮງ ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ”. ກ່າວຄໍາເຫັນໃນວາລະປະຊຸມເມື່ອຕອນເຊົ້າວັນທີ 23 ມີນາ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ໝັ້ນໝາຍ ຈະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປາດຖະໜາສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ສປຊ ແລະ ບັນດາປະເທດສະມາຊິກ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກປັດຈຸບັນ, ອົງອາດກ້າແກ່ນພ້ອມກັນກ້າວຂຶ້ນໃນທົດສະວັດແຫ່ງການກະທຳ 2021 – 2030. ໄລ່ຮອດເດືອນ ກັນຍາ 2020, ອັດຕາສະມາຊິກສະພາແຫ່ງຊາດເພດຍິງ ຂອງ ຫວຽດນາມ ແມ່ນ 27,31%, ສູງກວ່າອັດຕາສະເລ່ຍຂອງໂລກ. ສະພາບການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ ກໍຫຼຸດລົງ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top