• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ

ຕອນບ່າຍວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ງຕ້ອນຮັບທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ລາວ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
(ພາບ: baochinhphu.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງກະຊວງ ສາທາລະນະສຸກ ສົມທົບກັນສ້າງແຜນການເພື່ອຫັນເປັນລະອຽດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງປະເທດຢ່າງມີປະສິດທິຜົນ, ກວດກາຄືນເພື່ອພິຈາລະນາ, ຊຸກຍູ້ການຮ່ວມມື, ຍູ້ແຮງການຫັນປ່ຽນດີຈີຕອນໃນຂົງເຂດກວດ, ປິ່ນປົວພະຍາດ… ສ້າງເງື່ອນໄຂໃຫ້ ປຊຊ ລາວ ມາກວດ, ປິ່ນປົວພະຍາດຢູ່ບັນດາໂຮງໝໍຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງກະຊວງ ຄົ້ນຄ້ວາ, ປັບປຸງສັນຍາກ່ຽວກັບການກວດກາການແພດເຂດຊາຍແດນ ສອດຄ່ອງກັບສະພາບການປະຈຸບັນ.

ສ່ວນທ່ານລັດຖະມົນຕີ ບຸນແຝງ ພູມມະໄລສິດ ສະແດງຄວາມປາດຖະໜາ ຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດສາທາລະນະສຸກ ໂດຍສະເພາະແມ່ນການບຳລຸງສ້າງຊັບພະຍາກອນມະນຸດ, ການແພດພື້ນເມືອງ, ຜະລິດຢຸກຢາ, ວັກຊິນ, ການປ້ອງກັນ, ຕ້ານໂລກລະບາດ, ສຳເລັດໂຄງການກໍ່ສ້າງໂຮງໝໍມິດຕະພາບ ຫວຽດນາມ-ລາວ ຢູ່ແຂວງ ຫັວພັນ… ທ່ານໃຫ້ຮູ້ວ່າ, ລາວ ພ້ອມແລ້ວທີ່ຕ້ອນຮັບບັນດາວິສາຫະກິດ ຫວຽດນາມ ເຂົ້າມາລົງທຶນຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top