ວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ບຸ່ຍຮ່ວາງເຟືອງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີບັນດາປະເທດ ອາຊຽນ ຄັ້ງທີ 22 ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (AMMSTI-22) ດ້ວຍຫົວເລື່ອງ “ຊຸກຍູ້ການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ມຸ່ງໄປເຖິງ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍືນຍົງ ແລະ ແກ້ງແຍ້ງ”.
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ບຸ່ຍຮ່ວາງເຟືອງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນການຜັນຂະຫຍາຍ APASTI 2026-2035, ພ້ອມທັງເນັນໜັກວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຍຸດທະສາດໃຫ້ແກ່ການພັດທະນາແບບຍືນຍົງ. ທ່ານຍັງສະເໜີ ອາຊຽນ ເພີ່ມທະວີການຄົ້ນຄ້ວາລວມ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ເປີດກ້ວາງການຮ່ວມມືໃນບັນດາເຕັກໂນໂລຊີຍຸດທະສາດ ແນໃສ່ຍົກສູງຄວາມສາມາດແກ່ງແຍ້ງ ແລະ ນະວັດຕະກຳຂອງພາກພື້ນ.






