ຂ່າວສານ

ຫວຽດ​ນາມ ​ສະ​ໜັບ​ສະ​ໜູນ​ການ​ຜັນ​ຂະ​ຫຍາຍ APASTI 2026-2035, ຊຸກ​ຍູ້​ນະ​ວັດ​ຕະ​ກຳ

ກອງ​ປະ​ຊຸມ​ມີຫົວ​ເລື່ອງ “ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ ມຸ່ງ​ໄປ​ເຖິງ ອາ​ຊຽນ ສ້າງ​ຄວາມ​ເຂັ້ມ​ແຂວງ​ດ້ວຍ​ຕົນ​ເອງ, ຍືນ​ຍົງ ແລະ ແກ້ງ​ແຍ້ງ”.
  ສະ​ພາບກອງ​ປະ​ຊຸມ (ພາບ: VOV)  

ວັນ​ທີ 26 ມິ​ຖຸ​ນາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ຮ່​ວາງ​ເຟືອງ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 22 ກ່ຽວ​ກັບວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ (AMMSTI-22) ດ້ວຍ​ຫົວ​ເລື່ອງ “ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ ມຸ່ງ​ໄປ​ເຖິງ ອາ​ຊຽນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຍືນ​ຍົງ ແລະ ແກ້ງ​ແຍ້ງ”.

ທີ່ກອງ​ປະ​ຊຸມ, ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ຮ່​ວາງ​ເຟືອງ ຢືນ​ຢັນ​ວ່າ ຫວຽດ​ນາມ ​ສະ​ໜັບ​ສະ​ໜູນ​ການ​ຜັນ​ຂະ​ຫຍາຍ APASTI 2026-2035, ພ້ອມ​ທັງ​ເນັນ​ໜັກ​ວ່າ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ຍັງ​ສະ​ເໜີ ອາ​ຊຽນ ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້​ວາ​ລວມ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ ແລະ ນະ​ວັດ​ຕະ​ກຳ​ຂອງ​ພາກ​ພື້ນ.


top