• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ຄ່ອຍໆດຳ​ລົງ​ຊີ​ວິດ​ຮ່ວມ​ກັບ​ໂລກ​ລະ​ບາດ​ໂຄວິດ 19 ເທື່ອ​ລະ​ກ້າວ

ຫວຽດນາມພວມຄ່ອຍໆມຸ່ງໄປເຖິງເປົ້າໝາຍດຳລົງຊີວິດຢູ່ຮ່ວມກັບໂລກລະບາດຢ່າງປອດໄພເທື່ອລະກ້າວ. ຄຽງຂ້າງເລື່ອງຍູ້ໄວລະດັບການສັກວັກຊິນກັນພະຍາດໂຄວິດ 19 ເພື່ອບັນລຸໄດ້ການຕ້ານທານໃນຊຸມຊົນໃຫ້ໄດ້ໄວທີ່ສຸດ, ເພີ່ມທະວີຄວາມສາມາດຕອບສະໜອງດ້ານສາທາລະນະສຸກຕາມທິດນຳ “ 4 ຢູ່ກັບບ່ອນ" ນັ້ນ, ບັນດາກະຊວງ, ຂະແໜງການ, ວິສາຫະກິດລ້ວນແຕ່ພວມພະຍາຍາມສ້າງແຜນການກັບຄືນສູ່ການຜະລິດ, ດຳເນີນທຸລະກິດ, ຟື້ນຕົວຫຼັງໂລກລະບາດ.

 

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລມິນຮວານ (ພາບ:baoqocte.vn)

ຮັບມື ແລະ ມີໄຫວພິບ

ໃນໂລກ, ຫຼາຍປະເທດໄດ້ຫັນປ່ຽນຍຸດທະສາດ, ກຳນົດທັດສະນະດຳລົງຊີວິດຮ່ວມກັບໂລກລະບາດ , ຮັບມືກັບໂລກລະບາດ ແລະ ວັກຊິນປິ່ນປົວ, ຢາປິ່ນປົວໄດ້ຮັບຮູ້ວ່າ ແມ່ນຍຸດທະສາດຍາວນານ ແລະ ແມ່ນເຄື່ອງມືຕັດສິນ. ສະນັ້ນ, ວິທີສຳຜັດຂອງຫວຽດນາມຍັງເດີນຕາມທິດນຳທີ່ວ່າ: ປະຕິບັດຕາມຂໍ້ກຳນົດ 5 ຂໍ້+ວັກຊິນ+ເຕັກໂນໂລຊີ. ພ້ອມທັງຄ່ອຍໆດັດປັບຍຸດທະສາດການປ້ອງກັນ, ຕ້ານໂລກລະບາດໃນໄລຍະໃໝ່ບົນຈິດໃຈ “ພະຍາດເກີດຢູ່ບ່ອນໃດ ແກ້ໄຂຢູ່ບ່ອນນັ້ນ”. ລະອຽດຄື: ບັນດາແຂວງທີ່ສາມາດຄວບຄຸມໂລກລະບາດໄດ້ນັ້ນກໍ່ ຈະສືບຕໍ່ປະຕິບັດຫຼັກການສະກັດກັ້ນ, ຄົ້ນພົບໂດຍໄວ, ຕາມຫາເຊື້ອ, ປິດລ້ອມເຂດ, ແຍກຕົວຢ່າງທັນການ, ປິ່ນປົວຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ແມ່ນຜ່ອນຜັນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຕາມສະພາບການປົກກະຕິໃໝ່, ມີການດັດປັບທີ່ຕັ້ງໜ້າເພື່ອສ້າງຮູບແບບໃນການດຳລົງຊີວິດຢູ່ຮ່ວມກັບໂລກລະບາດຢ່າງປອດໄພ.

ບຸລິມະສິດເປີດປະຕູບັນດາຂົງເຂດຂະແໜງການຫຼັກແຫຼ່ງ

ມາຮອດຈຸດເວລານີ້, ຕ້ອງໃຫ້ບຸລິມະສິດຟື້ນຟູບັນດາວິສາຫະກິດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ມີບົດບາດຮັບປະກັນຄວາມສາມາດແກ່ງແຍ້ງແຫ່ງຊາດ.

ໂດຍໄດ້ກຳນົດວ່າ ໂລກລະບາດໂຄວິດ 19 ຍັງມີການຜັນແປໃນໄລຍະຍາວ, ຂະແໜງກະສິກຳພວມຄ່ອຍໆສ້າງຮູບແບບຈຳໜ່າຍຜະລິດຕະພັນກະເສດ “ດຳລົງຊີວິດຢູ່ຮ່ວມກັບໂລກລະບາດ”. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລມິນຮວານ ໃຫ້ຮູ້ວ່າ:

ທາງກະຊວງຈະສ້າງສາງຂໍ້ມູນ ແລະອັບເດັດເປັນປະຈຳໃຫ້ແກ່ລະບົແຈກຢາຍ ເພື່ອຮູ້ວ່າຢູ່ແຂວງໃດຈະກະກຽມເກັບກ່ຽວຜະລິດຕະພັນໃດແດ່ມີປະລິມານເທົ່າໃດ ເພື່ອໃຫ້ລະບົບແຈກຢາຍໄດ້ເປັນເຈົ້າການ ກ່ຽວກັບການກຳກັບສ້າງການຂົນສົ່ງ… ພວກຂ້າພະເຈົ້າກໍ່ຈະສ້າງວິທີການຂົນສົ່ງຈາກສວນໄປຍັງລະບົບແຈກຢາຍ.

ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ້ທັງຫາຍ (ພາບ:danviet.vn )

ໂດຍກຳນົດເອົາກະສິກຳແມ່ນທ່າແຮງ, ກະຊວງອຸດສາຫະກຳ ແລະການຄ້າ ກໍພວມເປັນເຈົ້າການຜັນຂະຫຍາຍ ບັນດາມາດຕະການໜູນຊ່ວຍບັນດາທ້ອງຖິ່ນຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດຢູ່ຕະຫຼາດພາຍໃນປະເທດ. ຄຽງຄູ່ກັນນັ້ນ, ເປີດກ້ວາງການສົ່ງອອກໄປຍັງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍ. ຕາມທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ໂດ້ທັງຫາຍ ແລ້ວ, ປະຈຸບັນ, ທາງກະຊວງໄດ້ກວດກາຄືນ, ວິເຄາະ, ຕີລາຄາຄວາມສາມາດບົ່ມຊ້ອນໃນຕະຫຼາດ ສຳລັບ 9 ປະເພດ/ໝວດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳທີ່ສົ່ງອອກຕົ້ນຕໍຂອງຫວຽດນາມ ຢູ່ 14 ເຂດ/ຕະຫຼາດສົ່ງອອກຈຸດສຸມ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງບັນດາເຂດຕະຫຼາດທີ່ເປັນຄູ່ຮ່ວມມືຂອງຫວຽດນາມ ໃນສັນຍາການຄ້າ FTA ສະບັບຕ່າງໆ. ທ່ານໂດ້ທັງຫາຍ ກ່າວວ່າ:

ບົນພື້ນຖານການກວດກາຄືນນັ້ນກະຊວງອຸດສາຫະກຳການຄ້າ ມີບົດລາຍງານຂະເໜີຕໍ່ທ່ານນາຍົກລັດຖະມົນຕີ ຊີ້ນຳຄະນະກຳມະການ  ບັນດາແຂວງ ນະຄອນຂຶ້ນກັບສູນກາງ ອີງໃສ່ການວິເຄາະໄຈ້ແຍກຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນແງ່ຫວັງຕະຫຼາດສົ່ງອອກ, ແລ້ວມອບໜ້າທີ່ໃຫ້ບັນດາພະແນກຄະນະຂະແໜງການ ແນະນຳໜູນຊ່ວຍວິສາຫະກິດໃນບໍລິເວນ ຈັດຕັ້ງການຜະລິດຄືນໃໝ່ໂດຍດ່ວນຟື້ນຟູລະບົບສະໜອງການສົ່ງອອກໃນບໍລິເວນເພື່ອຂຸດຄົ້ນກາລະໂອກາດຂອງຕະຫຼາດສົ່ງອອກໃນໄລຍະຈະມາເຖິງ.

ຕາມນັກຊ່ຽນຊານດ້ານເສດຖະກິດແລ້ວ, ບັນດາລະບົບມູນຄ່າ, ເສົາຄ້ຳການເຕີບໂຕຂອງພື້ນຖານເສດຖະກິດ ຕ້ອງໄດ້ຮັບການບຸລິມະສິດ. ນອກຈາກນັ້ນແລ້ວ ຕ້ອງມີບັນດານະໂຍບາຍໜູນຊ່ວຍລວມຄື: ໂຈະ, ຫລຸດຜ່ອນພາສີ, ຄ່າທຳນຽມຕ່າງໆ… ແຕ່ລະວິສາຫະກິດກໍ່ຕ້ອງມີແຜນການໃນສະເພາະໜ້າ, ຍາວນານ ເພື່ອເລີ່ມເຄື່ອນໄຫວຄືນໃໝ່ໃຫ້ເໝາະສົມ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກວັກແຢວງ ຖືວ່າ: ບັນດາວິສາຫະກິດ ຕ້ອງເສີມຂະຫຍາຍຄວາມເປັນເຈົ້າການ ໃນການສ້າງແຜນການພັດທະນາ ຮັບມືກັບການຜັນແປຂອງໂລກລະບາດ:

ໂລກລະບາດຕ້ອງຄວບຄຸມໃຫ້ໄດ້ໂດຍໄວພວກເຮົາຕ້ອງກັບຄືນສູ່ຊີວິດການເປັນຢູ່ທີ່ເປັນປົກກະຕິຕ້ອງກຽມຈິດກຽມໃຈໃຫ້ດີເມື່ອຕົກຢູ່ໃນສະພາບຄວາມຫຍຸ້ງຍາກນັ້ນ ກໍ່ຕ້ອງເຫັນໄດ້ກາລະໂອກາດດ້ານການຕະຫຼາດຫຼາຍຢ່າງປະຈຸບັນບັນດາຕະຫຼາດຍັງມີຄວາມຕ້ອງການສຳລັບສິນຄ້າຂອງຫວຽດນາມ ຫຼາຍທີ່ສຸດຄືອາເມລິກາອີຢູຕ້ອງເຫັນໄດ້ກາລະໂອກາດໃນໄລຍະຈະມາເຖິງ ແລະ ພິເສດແມ່ນຕ້ອງກະກຽມເພື່ອຟື້ນຟູໂດຍພື້ນຖານ ແລະ ີຄວາມສາມາດເປັນໄປໄດ້.

ຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ປະກາດເມື່ອວັນທີ 22 ກັນຍາ, ອົງການນີ້ ຍັງຍົກອອກການຕີລາຄາຢ່າງປະເອີບໃຈ ກ່ຽວກັບແງ່ຫວັງການເຕີບໂຕຂອງຫວຽດນາມ ໃນໄລຍະກາງ ແລະ ຍາວ. ການເຕີບໂຕອາດຈະໄດ້ຮັບການໜູນຊ່ວຍ ຍ້ອນການຟື້ນຟູຂອງຄວາມຕ້ອງການພາຍໃນ, ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ເປີດກ້ວາງການເຄື່ອນໄຫວໄປຍັງຕະຫຼາດສົ່ງອອກໃໝ່ ໂດຍສັນຍາການຄ້ານຳມາໃຫ້, ຊຸກຍູ້ການຫັນເປັນດີຈີຕອນ ເພື່ອຍົກສູງປະສິດທິຜົນຂອງມາດຕະການຄວບຄຸມໂລກລະບາດ ແລະ ໜູນຊ່ວຍການຟື້ນຟູແບບຍືນຍົງຂອງພື້ນຖານເສດຖະກິດໃນປີ 2021 ນີ້ ແລະ ປີຕໍ່ໄປ./.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top