• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ກາຍ​ເປັນສະ​ຖານ​ທີ່ລົງ​ທຶນ​ໃໝ່ ຂອງ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ

ໜັງສືພິມລາຍວັນ Tribune de Geneve ຂອງສະວິດ ວັນທີ 20 ກຸມພາ ໄດ້ລົງບົດຂຽນກ່ຽວກັບເລື່ອງ ຫວຽດນາມ ກາຍເປັນສະຖານທີ່ລົງທຶນໃໝ່ ຂອງບັນດາບໍລິສັດຕ່າງປະເທດ. ບົດຂຽນໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ຮັບຮູ້ລະດັບການເຕີມໂຕດ້ານເສດຖະກິດ ຢ່າງແຮງທີ່ສຸດ ໃນອາຊີ ປີ 2022 ພາຍຫຼັງໄລຍະປິດເມືອງ ຍ້ອນໂລກລະບາດໂຄວິດ 19.
  ບໍລິສັດປະກອບລົດໂອໂຕ Ford ຫາຍເຢືອງ (ພາບ: TTXVN)  

ຕາມບົດຂຽນ, ບັນດາເຂດອຸດສາຫະກຳໃຫ່ຍກຳລັງສ້າງ ແລະ ບັນດາໂຮງງານຜະລິດເຄື່ອງຈັກເອເລັກໂຕນິກກ້າວໜ້າຮັບຄຸ້ມຄອງບໍລິຫານ. ກຸ່ມບໍລິສັດເອເລັກໂຕນິກ Samsung ຂອງ ສ.ເກົາຫຼີ ໄດ້ເປີດສະຫຼອງນຳໃຊ້ສູນຄົ້ນຄວ້າ ແລະ ພັດທະນາຮອບດ້ານໃໝ່ ຢູ່ຮ່າໂນ້ຍ ໃນເດືອນທັນວາ ປີ 2022, ມີແຜນການລົງທຶນປະມານ 3,2 ຕື້ ໂດລາສະຫະລັດ ເພື່ອຜະລິດທາດເຄິ່ງຊັກນຳໄຟຟ້າ ຢູ່ແຂວງໄກ້ຄຽງ. ໃນເວລານັ້ນ. ບໍລິສັດອຸປະກອນເຄື່ອງເຄິ່ງຊັກນຳໄຟຟ້າຂະໜາດໃຫ່ຍ Amkor Technology ອາເມລິກາ ຈະເປີດໂຮງງານ ຫ່າງຈາກສະໜາມບິນບໍ່ໄກ ໂດຍໄວ. ແລະ ບໍລິສັດ Pegatron ຂອງໄຕ້ຫວັນ (ຈີນ), ບໍລິສັດຜະລິດເຄື່ອງອາໄຫຼ່ລົດໄຟຟ້າ Tesla ແລະ ປະກອບຊີ້ນສ່ວນ iPhon, ກຳລັງເຄື່ອນໄຫວຢູ່ໄກ້ກັບອ່າວ ວິງຮະລອງ, ແຂວງກວາງນີງ.

ຫວຽດນາມ ມີແຮງດຶງດູດໂດຍການອາໄສຫຼາຍປັດໄຈຕ່າງກັນ, ເຊັ່ນ: ສະພາບແວດລ້ອມການລົງທຶນທີ່ໝັ້ນຄົງ; ສັນຍາການຄ້າເສລີ 15 ສະບັບ ຊ່ວຍໃຫ້ ຫວຽດນາມ ກາຍເປັນສູນຜະລິດອຸດສາຫະກຳ ດ້ວຍລາຄາທີ່ເໝາະ… ສະຫຼຸບບົດຂຽນ ບັນດານັກລົງທຶນຕ່າງປະເທດ ກຳລັງຕີລາຄາວ່າ ຫວຽດນາມ ແມ່ນບູລິມາສິດ ແຖວໜ້າ ສຳລັບການລົງທຶນ.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top