• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ ຂອງ UNESCO

ເລື່ອງ ຫວຽດນາມ ໄດ້ດຳລົຕຳແໜ່ງນີ້ເປັນ 2 ຄັ້ງລຽນຕິດ ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ ແລະ ສະແດງໃຫ້ເຫັນການສະໜັບສະໜູນ, ຄວາມເຊື່ອໝັ້ນຂອງປະຊາຄົມສາກົນ.
  ກອງປະຊຸຸມຄັ້ງທີ 16 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງສີສັນວັດທະນະທຳ (ສົນທິສັນຍາ 2005) ຂອງອົງການ UNESCO (ພາບ: TTXVN)  

ໃນຂອບເຂດກອງປະຊຸຸມຄັ້ງທີ 16 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບການອະນຸລັກຮັກສາ  ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງສີສັນວັດທະນະທຳ (ສົນທິສັນຍາ 2005) ຂອງອົງການ UNESCO, ເຊິ່ງດຳເນີນແຕ່ວັນທີ 7 – 10 ກຸມພາ ຢູ່ນະຄອນຫຼວງ ປາຣີ ຂອງ ຝລັ່ງ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈປ່ອນບັດເຂົ້າຕຳແໜ່ງເປັນຮອງປະທານຄະນະກຳມະການ, ຕາງໜ້າໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ.

ເລື່ອງ ຫວຽດນາມ ໄດ້ດຳລົຕຳແໜ່ງນີ້ເປັນ 2 ຄັ້ງລຽນຕິດ ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ ແລະ ສະແດງໃຫ້ເຫັນການສະໜັບສະໜູນ, ຄວາມເຊື່ອໝັ້ນຂອງປະຊາຄົມສາກົນຕໍ່ຄວາມສາມາດໃນການປະກອບສ່ວນ ແລະ ກຳລັງຄວາມສາມາດບໍລິຫານຂອງ ຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍທົ່ວໂລກ, ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ UNESCO ກໍຄື ໃນຄວາມມານະພະຍາຍາມຊຸກຍູ້ບົດບາດຂອງວັດທະນະທຳ, ການປະດິດຄິດສ້າງແກ່ການພັດທະນາແບບຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ກອງປະຊຸມຄັ້ງທີ 16 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງສີສັນວັດທະນະທຳ ຂອງ UNESCO ມີການເຂົ້າຮ່ວມຂອງຜູ້ແທນເກືອບ 400 ທ່ານ ແລະ ນັກສັງເກດການມາຈາກ 24 ປະເທດສະມາຊິກຂອງຄະນະກຳມະການ ແລະ ເກືອບ 100 ປະເທດ, ອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງວັດທະນະທຳ, ສິລະປະ.  ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າໃນທຸກເນື້ອໃນ ຂອງກອງປະຊຸມ.

 

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ໂປໂລຍ ກ່ຽວກັບການຍົກລະດັບການພົມພັນ 2 ຝ່າຍ

ຖະແຫຼງການຮ່ວມ ຫວຽດນາມ - ໂປໂລຍ ກ່ຽວກັບການຍົກລະດັບການພົມພັນ 2 ຝ່າຍ

ຖະແຫຼງການໃຫ້ຮູ້ວ່າ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກວ່າ 2 ຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານການເມືອງ, ເສດຖະກິດ, ຂະແໜງການ, ທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນຢ່າງເລິກເຊິ່ງ, ກວ້າງຂວາງ.

Top