• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ ສະ​ພາສິດ​ທິ​ມະ​ນຸດ ສ​ປ​ຊ ຄືນ​ໃໝ່​ໃນ​ອາ​ຍຸ​ການ 2026 – 2028

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊີ້ແຈ້ງວ່າ ສະພາສິດທິມະນຸດ ຕ້ອງສຸມໃສ່ຊຸກຍູ້ບັນດາບຸລິມະສິດສູງສຸດຕໍ່ປະຊາຊົນ ແມ່ນການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສິດທິໃນການພັດທະນາ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ.
ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 26 ກຸມພາ, ຢູ່ເຊີແນວ, ປະເທດ ສະວິດ, ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະພາສິດທິມະນຸດ ສປຊ ຊຸດທີ 55. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊີ້ແຈ້ງວ່າ ສະພາສິດທິມະນຸດ ຕ້ອງສຸມໃສ່ຊຸກຍູ້ບັນດາບຸລິມະສິດສູງສຸດຕໍ່ປະຊາຊົນ ແມ່ນການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສິດທິໃນການພັດທະນາ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ, ສະເໜີສະພາສິດທິມະນຸດ ເອົາໃຈໃສ່ຊຸກຍູ້ການປະຕິບັດມະຕິເລກທີ 52/19 ໂດຍ ຫວຽດນາມ ສະເໜີ, ເປັນຕົ້ນແມ່ນ ຮຽກຮ້ອງໃຫ້ທຸກປະເທດຊຸກຍູ້ຄວາມເຄົາລົບນັບຖື ແລະ ເຂົ້າໃຈເຊິ່ງກັນແລະກັນ, ກວມລວມ, ເປັນເອກະພາບ  ແລະ ເຄົາລົບຄວາມແຕກຕ່າງກັນ, ການໂອ້ລົມສົນທະນາ ແລະ ການຮ່ວມມື.

ໂດຍຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂົງເຂດປົກປ້ອງສິດທິມະນຸດ, ທ່ານບຸຍແທັງເຊີນຢັ້ງຢືນຄືນໃໝ່ບັນດາບຸລິມະສິດຂອງ ຫວຽດນາມ ເມື່ອເຂົ້າຮ່ວມສະພາສິດທິມະນຸດ ສປຊ, ໃນນັ້ນມີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ, ຄວາມສະເໝີພາບລະຫວ່າງຍິງຊາຍ, ການຫັນເປັນດີຈີຕອນ ແລະ ສິດທິມະນຸດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ໃຫ້ຮູ້ວ່າ ທີ່ກອງປະຊຸມຂັ້ນສູງທີ 56 ທີ່ຈະດຳເນີນໃນເດືອນມິຖຸນາ ຈະມາເຖິງ, ຫວຽດນາມ ຈະສະເໜີມະຕິປະຈຳປີ ກ່ຽວກັບການຮັບປະກັນສິດທິມະນຸດ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

Top