• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​ການ​ເຊີດ​ຊູ​ລາງວັນ​ການ​ນຳ ລັດ​ຖະ​ບານ GSMA 2026 ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ

ປັດ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ນຳພາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸ​ດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.
  ທ່ານ Julian Gorman, ຜູ້​ອຳ​ນວຍ​ການ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຂອງ GSMA ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ (ພາບ: ຄະ​ນະ​ຈັດ​ຕັ້ງ)  

ສະ​ຫະ​ສະ​ມາ​ຄົມມື​ຖື​ທົ່​ວ​ໂລກ (GSMA), ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕາງ​ໜ້າ​ໃຫ້​ແກ່​ລະ​ບົບ​ນິ​ເວດ​ມື​ຖື​ຮອບ​ດ້ານ ໄດ້​ມອບ​ລາ​ງວັນ ການ​ນຳ​ລັດ​ຖະ​ບານ GSMA ປີ 2026 ໃຫ້​ແກ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ ໃນ​ກອງ​ປະ​ຊຸມ​ແຫ່ງ​ຊາດ​ດີ​ຈີ​ຕອນ ຮ່າ​ໂນ້ຍ ປີ 2026 ທີ່​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ວັນ​ທີ 26 ພຶດ​ສະ​ພາ.

ທ່ານ Julian Gorman, ຜູ້​ອຳ​ນວຍ​ການ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຂອງ GSMA ໃຫ້​​ຂໍ້ສັງ​ເກດ​ວ່າ ປັດ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ນຳພາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸ​ດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ພັດ​ທະ​ນາ ດ້ວຍ 5 ເສົາ​ຄ້ຳ, ລວມ​ມີ: ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ນະ​ວັດ​ຕະ​ກຳ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂໍ້​ມູນ, ຄວາມປອດ​ໄພ​ທາງ​ໄຊ​ເບີ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ໄດ້​ສ່ອງແສງ​ເຖິງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ ຈາກສະ​ພາບ “ປັບ​ຕົວ​ດີ​ຈີ​ຕອນ” ໄປ​ສູ່ “ສ້າງ​ປະ​ເທດ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ”.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top