ວັນທີ 26 ພຶດສະພາ, ຢູ່ສະໂມສອນໃຫຍ່ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສປຊ (FAO) ຢູ່ນະຄອນຫຼວງ ຣົມ ຂອງ ອີຕາລີ, ໄດ້ດຳເນີນເຫດການພິເສດໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງລັດຖະບານ ແອັດສະປາຍ, ດ້ວຍຫົວຂໍ້ “ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນະການພາຍໃຕ້ກຳລັງກົດດັນ: ຜົນຕາມມາຈາກການປະທະກັນຢູ່ຕາເວັນອອກກາງ”.
ເຫດການ “ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນະການພາຍໃຕ້ກຳລັງກົດດັນ: ຜົນຕາມມາຈາກການປະທະກັນຢູ່ຕາເວັນອອກກາງ” ທີ່ດຳເນີນໃນວັນທີ 26/5/2026 (ພາບ: REUTERS/Yara Nardi)
ໃນເຫດການນີ້, ທ່ານ ຈຸຍຕຸງອຸຍ ຜູ້ອຳນວຍການໃຫຍ່ FAO ໄດ້ເນັ້ນໜັກວ່າ ໂລກພວມເຫັນປະຈັກຕາການປະທະກັນດ້ານພູມີສາດການເມືອງ ເຊິ່ງແມ່ນຄວາມສະທົກສະທ້ານທີ່ມີລັກສະນະເປັນລະບົບແນໃສ່ເຄືອຂ່າຍກະສິກຳ ແລະ ສະບຽງອາຫານທົ່ວໂລກໂດຍກົງ. ທ່ານກໍໄດ້ໃສ່ໃຈວ່າ ຜົນກະທົບທີ່ໃຫຍ່ຫຼວງທີ່ສຸດ ບໍ່ໄດ້ມາໃນທັນທີ ຫາກໄດ້ປະກົດຂຶິ້ນຢ່າງຈະແຈ້ງໃນໄລຍະປູກຝັງ ແລະ ເກັບກ່ຽວໃນປີ 2026 – 2027, ເມື່ອຜົນລະປູກຫຼຸດລົງຢ່າງແຮງ ຍ້ອນຂາດເຂີນປຸຍ໋.
ໂດຍມີທັດສະນະຄືກັນ, ທ່ານ Pedro Sánchez ນາຍົກລັດຖະມົນຕີ ແອັດສະປາຍ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງຜົນກະທົບໂດຍກົງຈາກການປິດຊ່ອງແຄບທະເລຍຸດທະສາດ Hormuz ເຮັດໃຫ້ລາຄາປຸ໋ຍ ເພີ່ມຂຶ້ນເຖິງ 50%, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງວິທີຫາເງິນລ້ຽງຊີບຂອງຊາວກະສິກອນນັບລ້ານຄົນໃນທົ່ວໂລກ.
ຕາມ FAO ແລ້ວ, ບັນດາປະເທດທີ່ເອື່ອຍອີງການນຳເຂົ້າທັນຍາຫານຈາກ ອາຟະລິກາ ແລະ ອາຊີ ຢ່າງສິ້ນເຊີງນັ້ນ ພວມຖືກຜົນກະທົບຄວບຄູ່ ຈາກໄພເງິນເຟີ້, ໜີ້ສິນສາທາລະນະ ແລະ ປະກົດການສະພາບດິນຟ້າອາກາດ El Nino ທີ່ເກີດມີການປ່ຽນແປງຢ່າງຮຸນແຮງ.
(ແຫຼ່ງຄັດຈາກ VOV)