• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລ​ະ ລາວ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ຮ່ວມ​ມື​ຮັກ​ສາ​ຄ​ວາມ​ສະ​ຫງົ​ບ​ຢູ່​ເຂດ​ຊາຍ​ແດນ

ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.

ທ່ານພົນຕີຮ່ວາງຊວັນຈ໊ຽນ ຜູ້ບັນຊາການທະຫານຊາຍແດນຫວຽດນາມມອບເງິນຈຳນວນ 90 ລ້າຍກີບ ໃຫ້ກະຊວງປ້ອງກັນປະເທດລາວ (ພາບ: TTXVN)

ວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວຢູ່ນະຄອນຫຼວງວຽງຈັນ, ທ່ານພົນຕີຮ່ວາງຊວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມມີການພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວໂດຍທ່ານພົນຈັດຕາວາ ສີພັນ ພຸດທະວົງ ຫົວໜ້າກົມເປັນຫົວໜ້າຄະນະ.

ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ສອງຝ່າຍສືບຕໍໍ່ຊີ້ນຳບັນດາອົງການ, ກົມກອງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືຊາຍແດນລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມປະຊາຊົນຢູ່ເຂດຊາຍແດນ 2 ປະເທດກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນແລະ ຫຼັກໝາຍຊາຍແດນ.

ເນື່ອງໃນໂອກາດນີ້, ທ່ານພົນຕີຮ່ວາງຊວັນຈ໊ຽນ ຕາງໜ້າຄະນະມອບເງິນຈຳນວນ 90 ລ້າຍກີບ ໃຫ້ກະຊວງປ້ອງກັນປະເທດລາວເພື່ອຊ່ວຍເຫຼືອປະຊາຊົນຢູ່ທາງແຂວງພາກກາງ ແລະ ພາກໃຕ້ລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດແລະ ມີການດຳລົງຊີວິດເປັນປົກກະຕິໂດຍໄວ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top