• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ OECD ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ດ້ານ​ລະ​ບຽບ​ການ​ບໍ​ລິ​ຫານອາ​ກອນ​ພາ​ສີ

ຕອນບ່າຍວັນທີ 22 ມີນາ, ຢູ່ ປາຣີ ປະເທດ ຝລັ່ງ, ຫວຽດນາມ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ລົງນາມໃນສົນທິສັນຍາຫຼາຍຝ່າຍກ່ຽວກັບການຊ່ວຍເຫຼືອດ້ານລະບຽບການບໍລິຫານພາສີ (MAAC).
  ພິທີລົງນາມ (ພາບ: TTXVN)  

ກ່າວຄຳເຫັນກ່ອນພິທີລົງນາມ, ທ່ານ Yoshiki Takeuchi  ຮອງເລຂາທິການໃຫຍ່ OECD ຊົມເຊີຍເລື່ອງ ຫວຽດນາມ ລົງນາມໃນຂໍ້ຕົກລົງ MAAC, ໂດຍຖືວ່າ ການກະທຳດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈໃນການສະກັດກັ້ນການກະທຳໜີພາສີຢູ່ຕ່າງປະເທດ, ມຸ່ງໄປເຖິງຄວາມໂປ່ງໃສໃນດ້ານພາສີ, ຮັບມືກັບກະແສການເງິນທີ່ຜິດກົດໝາຍ.ທ່ານກ່າວວ່າ:

“ຂ້າພະເຈົ້າຄິດວ່າ ນີ້ແມ່ນກາລະໂອກາດອັນໃຫຍ່ຫຼວງ ເມື່ອ ຫວຽດນາມ ເຂົ້າຮ່ວມສົນທິສັນຍາທີ່ມີຄວາມສຳຄັນນີ້ ເຊິ່ງມີສະມາຊິກກວ່າ 100 ປະເທດເຂົ້າຮ່ວມ. ສະນັ້ນ, ຫວຽດນາມ ອາດຈະຮ່ວມມືກັບບັນດາປະເທດນີ້ ກໍຄືກັບ OECD ໃນທຸກຂົງເຂດບໍກ່ຽວກັບການຄຸ້ມຄອງພາສີ.”

 ສ່ວນທ່ານດັ້ງງອກມິງ ຮອງຫົວໜ້າກົມໃຫຍ່ສ່ວຍສາອາກອນພາສີ ຫວຽດນາມ ຢັ້ງຢືນວ່າ:

“ຂ້າພະເຈົ້າຄິດວ່າ ນີ້ແມ່ນບາດກ້າວເດີນທີ່ຕໍ່ຈາກເລື່ອງ ຫວຽດນາມ ເຊື່ອມໂຍງເຂົ້າກັບການຮ່ວມມືດ້ານລະບຽບການບໍລິຫານກ່ຽວກັບອາກອນພາສີ, ປະຕິບັດການຕ້ານການໜີພັນທະງົບປະມານ ແລະ ພາສີທົ່ວໂລກ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະເພີ່ມທະວີພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ ເພື່ອແລກປ່ຽນຂໍ້ມູນ ກໍຄື ຂຸດຄົ້ນແຫຼ່ງຂໍ້ມູນແລກປ່ຽນກັບບັນດາປະເທດ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top