• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຕ້ອນຮັບ ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 21 – 22 ມິຖຸນາ,
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ການຕ້ອນຮັບ ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຂອບເຂດການພົວພັນໃໝ່ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ.

ໃນນັ້ນເຫັນດີເປັນເອກະສັນຕໍ່ເລື່ອງເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາທ່າພັດທະນາການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ແກ້ໄຂຜົນຮ້າຍຢ້ອນຫລງຈາກສົງຄາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ພ້ອມທັງຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ນະວັດຕະກຳ, ເຄິ່ງຊັກນຳໄຟຟ້າ, ຫັນເປັນພະລັງງານສະອາດ.

ໃນຂອບເຂດການຢ້ຽມຢາມ, ທ່ານ Daniel Kritenbrink ໄດ້ມີການເຮັດວຽກກັບທ່ານຮອງລັດຖະມົນຕີ ການຕ່າງປະເທດ ຮ່າກິມງອກ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top