ຂ່າວສານ
ຫວຽດນາມ ແລະ ອາເມລິກາ ຕົກລົງເປັນເອກະພາບເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີ
ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ ເລິກເຊິ່ງກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເຖິງ ອາເມລິກາ ເພື່ອຫັນບັນດາເນື້ອໃນທີ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແລກປ່ຽນໃນວັນທີ 4 ເມສາ 2025 ຜ່ານມາ ເປັນລະອຽດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີວ່າ ເຖິງວ່າ ອາເມລິກາ ໄດ້ຕົກລົງເລື່ອນການຈັດວາງອັດຕາພາສີຕື່ມອີກ 90 ວັນ ກໍຕາມ, ແຕ່ສອງຝ່າຍຕ້ອງດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ ເພື່ອແນໃສ່ສ້າງຂອບເຂດຍາວນານ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າເປັນປົກກະຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ສ່ວນທ່ານ Jamieson Greer ຜູ້ຕາງໜ້າດ້ານການທູດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການພົວພັນສອງຝ່າຍກັບ ຫວຽດນາມ ເປັນສຳຄັນພິເສດ ແລະ ມີຄວາມປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຂາດດຸນການຄ້າ, ມຸ່ງໄປເຖິງການພົວພັນທີ່ນັບມື້ນັບເລິກເຊິ່ງໃນບັນດາຂົງເຂດ. ອາເມລິກາ ຕົກລົງເຫັນດີຕໍ່ເລື່ອງ ສອງຝ່າຍເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີອາກອນ, ໃນນັ້ນ ລວມມີບັນດາຂໍ້ຕົກລົງກ່ຽວກັບພາສີ ແລະ ສະເໜີໃຫ້ເຕັກນິກວິຊາການທຸກຂັ້ນຂອງສອງຝ່າຍດຳເນີນການປຶກສາຫາລືໃນທັນທີ.