ຂ່າວສານ
ຫວຽດນາມ ແລະ ສ.ເກົາຫຼີ ວາງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດ ສ.ເກົາຫຼີ ສະໜັບສະໜູນ, ຊຸກຍູ້ສອງຝ່າຍຜັນຂະຫຍາຍການຮ່ວມມືຢ່າງລະອຽດໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຖ່າຍທອດເຕັກໂນໂລຢີ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ ໂດຍໄວ.
ກ່ຽວກັບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍພ້ອມແລ້ວຮ່ວມກັບ ສ.ເກົາຫຼີ ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ແລະ ຫວັງວ່າ ສ.ເກົາຫຼີ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນເຮືອ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີ ຫວຽດນາມ, ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ອີງໃສ່ຫຼັກການ ແລະ ລະບຽບກົດໝາຍສາກົນ.
ປະທານສະພາແຫ່ງຊາດສອງທ່ານ ກໍຖືວ່າ ຕ້ອງບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ໂດຍໄວ ຕາມທິດຍືນຍົງ ແລະ ດຸ່ນດ່ຽງກວ່າ ບົນພື້ນຖານປະຕິບັດສັນຍາການຄ້າສອງຝ່າຍ ແລະ ຫຼາຍຝ່າຍທີ່ພວມມີໃນປັດຈຸບັນເປັນຢ່າງດີ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ແລະ ຫວັງວ່າ ຈະຜັນຂະຫຍາຍສັນຍາປະກັນສັງຄົມ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໂດຍໄວ, ປະກອບສ່ວນຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານຂອງແຕ່ລະປະເທດ.