• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ກໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 9 ກຸມພາ ຢູ່ຫໍສະພາແຫ່ງຊາດສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin

ທ່ານປະທານສະພາແຫ່ງຊາດ Tan Chuan-Jin ໄດ້ຕີລາຄາສູງການຕັດສິນໃຈ ແລະ ວິໄສທັດຂອງ ການນຳຫວຽດນາມ ໃນວິວັດການພັດທະນາປະເທດຊາດ ແລະ ຊຸກຍູ້ການຜັນຂະຫຍາຍບັນດາຂົງເຂດໃໝ່ຄື: ພະລັງງານສະອາດ, ພັດທະນາແບບຍືນຍົງ; ຢັ້ງຢືນວ່າ ສະພາແຫ່ງຊາດ ສິງກະໂປ ຈະສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ຂໍ້ຕົກລົງເຊິ່ງ ລັດຖະບານສອງປະເທດພວມຜັນຂະຫຍາຍໃນທຸກຂົງເຂດຢ່າງແນ່ນອນ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ສິງກະໂປ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນທຸກຂົງເຂດເຊິ່ງ ສິງກະໂປມີ ທ່າແຮງ, ທ່ານກໍ່ສະເໜີໃຫ້ສ້າງຄວາມສະດວກແກ່ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ສິງກະໂປ.

ການນຳສອງທ່ານຢັ້ງຢືນວ່າ ຍາມໃດ ກໍ່ຖືເປັນສຳຄັນ ແລະ ຫວັງວ່າການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ຈະນັບມື້ນັບໃກ້ຊິດສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top