• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເປັນ​ກຽ​ດຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot

ຄວາມສະໜິດຕິດພັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ສືບຕໍ່ນຳການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ ພັດທະນາຂຶ້ນສູ່ລະດັບສູງໃໝ່.
ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນເຊົ້າວັນທີ 7 ມັງກອນ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເປັນປະທານ ພ້ອມກັບ ຄະນະກຳມະການນະຄອນຮ່າໂນ້ຍ ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ສົງຄາມປົກປັກຮັກສາເຂດຊາຍແດນຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ແລະ ພ້ອມກັບທະຫານປະຊາຊົນກຳປູເຈຍ ຍາດໄຊຊະນະລະບົບດັບສູນເຊື້ອຊາດ Pol Pot (07/01/1979-07/01/2024). ເຂົ້າຮ່ວມພິທີມີທ່ານ ຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ທ່ານ ຮອງນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Neth Savoeun.

ໃນບົດກ່າວປາໄສທີ່ພິທີ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ໄຊຊະນະປະຫວັດສາດ ວັນທີ 7 ມັງກອນ 1979 ແມ່ນໄຊຊະນະລວມຂອງປະຊາຊົນສອງປະເທດ, ປົກປັກຮັກສາ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖວ້ນຂອງ ຫວຽດນາມ ແລະ ກຳປູເຈຍ, ກູ້ເອົາຊີວິດປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກວິນາດສະກຳດັບສູນເຊື້ອຊາດ, ເປີດໄລຍະໃໝ່, ພັດທະນາໃນເອກະລາດ, ເສລີພາບ, ສັນຕິພາບ, ເປັນກາງ, ວັດທະນາຖາວອນ”. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມສະໜິດຕິດພັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ສືບຕໍ່ນຳການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ ພັດທະນາຂຶ້ນສູ່ລະດັບສູງໃໝ່.

ແລະກໍ່ໃນຕອນເຊົ້າວັນດຽວກກັນ, ຢູ່ນະຄອນຫຼວງ Phnom Penh , ກຳປູເຈຍ, ພັກປະຊາຊົນ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະລະບອບ ດັບສູນເຊື້ອຊາດ Pol Pot (07/1/1979 - 07/1/2024) ຢູ່ຫໍປະຊຸມ Koh Pech, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Manet.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top