• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ EU ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Niclas Kvarnstrom, ຫົວໜ້າກົມໃຫຍ່ ອາຊີ - ປາຊີຟິກ ຂຶ້ນກັບອົງການພົວພັນຕ່າງປະເທດຂອງສະຫະພາບເອີຣົບ (EU) ເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການປະສົມ ຫວຽດນາມ - EU ຂອງຂອບເຂດສັນຍາຄູ່ຮ່ວມມື ແລະ ການຮ່ວມມື ຫວຽດນາມ - EU (PCA).
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: dangcongsan.vn)

ໃນກອງປະຂຸມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ ແລະ ພັດທະນາສຳຄັນແຖວໜ້າຂອງ ຫວຽດນາມ, ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU ກໍຄືການພົວພັນກັບບັນດາປະເທດສະມາຊິກ EU. ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ EU  ຊຸກຍູ້ລັດຖະສະພາບາງປະເທດສະມາຊິກຂອງກຸ່ມປະຕິບັດສຳເລັດການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີຣົບ (EVIPA), ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ມີຄວາມເປັນຫ່ວງຕໍ່ຜົນປະໂຫຍດຂອງຜູ້ບໍລິໂພກ EU ເພື່ອຍົກເລີກບັດເຫຼືອງ IUU ສຳລັບການສົ່ງອອກສິນທະເລຂອງ ຫວຽດນາມ.

ຝ່າຍ EU ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍຍົກການພົວພັນຂຶ້ນສູ່ລະດັບສູງໃໝ່, ປາດຖະໜາຢາກສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP), ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ໃນຂອບເຂດບັນດາຂໍ້ລິເລີ່ມຮ່ວມມືກັບພາກພື້ນເຊັ່ນ ຂໍ້ລິເລີ່ມປະຕູອອກທົ່ວໂລກຂອງ EU.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top