ທ່ານ Grigory Trofimchuk, ນັກຊ່ຽວຊານລັດເຊຍ ກ່ຽວກັບບັນດາບັນຫາການພົວພັນສາກົນ ໃຫ້ຂໍ້ສັງເກດວ່າໃນສະພາບການສາກົນປັດຈຸບັນນີ້ ຖານະບົດບາດຂອງ ຫວຽດນາມ ໃນອາຊຽນ ແມ່ນຂໍກຸນແຈເພື່ອຮັກສາຄວາມດຸ່ນດຽງໃນທົ່ວພາກພື້ນ. ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ ເນັ້ນໜັກວ່າ ກ້າວເຂົ້າສູ່ສັງກາດໃໝ່, ອາຊຽນໄດ້ລື່ນກາຍຂອບເຂດຂອງອົງການຈັດຕັ້ງພາກພື້ນ ເພື່ອຢັ້ງຢືນຖານະບົດບາດຄູ່ຮ່ວມມືຍຸດທະສາດແຖວໜ້າ ເຊິ່ງໄດ້ຮັບການນັບຖືເປັນພິເສດຈາກບັນດາປະເທດມະຫາອຳນາດຄື: ອາເມລິກາ, ຈີນ, ລັດເຊຍ, ຍີ່ປຸ່ນ ແລະ ສະຫະພາບ ເອີລົບ (EU). ໃນສະພາບການນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງຈຸດປະກາຍກ່ຽວກັບສະຖຽນລະພາບ, ຄວາມຄ່ອງແຄ້ວໃນການຮັກສາແນວທາງການຕ່າງປະເທດໃຫ້ສົມດູນ ແລະ ເປັນເຈົ້າການໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮັກສາຄວາມດຸ່ນດ່ຽງຂອງທົ່ວພາກພື້ນ. ການມີໜ້າຂອງທ່ານເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຢູ່ ເວທີປາໄສ ອາຊຽນ - ລັດເຊຍຜ່ານມາ ແມ່ນຫຼັກຖານພະຍານຢ່າງຈະແຈ້ງໃຫ້ແກ່ຂອບຂະໜາດ ແລະ ອິດທິພົນຂອງຫວຽດນາມ ບົນເວທີສາກົນ.
ທ່ານ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາກຳລັງໜູນຫຼັກ, ປະກອບສ່ວນຕັດສິນຜົນສຳເລັດຂອງ ອາຊຽນ. ຫວຽດນາມເອົາໃຈໃສ່ເປັນພິເສດເຖິງການຮ່ວມມືຍຸດທະສາດລະອຽດ ແລະ ຍາວນານສຳລັບແຕ່ລະຄູ່ຮ່ວມມື. ຫຼາຍປະເທດອາດສາມາດທາບທາມບົດຮຽນປະສົບການການຕ່າງປະເທດຂອງ ຫວຽດນາມ, ພິເສດແມ່ນວິທີການນຳທາງໃນສະພາບພູມີສາດການເມືອງທີ່ສັບສົນ ໃນຂະນະທີ່ຍັງຮັກສາຫຼັກໝັ້ນຢຶດໝັ້ນເພື່ອຮັກສາສັນຕິພາບ ແລະ ຄວາມຜາສຸກໃຫ້ທົ່ວປວງຊົນ.






