ຂ່າວສານ

ຫວຽດ​ນາມ ແມ່ນ​ຂໍກຸນ​ແຈ​ເພື່ອ​ຮັກ​ສາ​ຄວາມ​ດຸ່ນ​ດຽງ​ຂອງ​ພາກ​ພື້ນ

ໃນ​ສະ​ພາບ​ການ​ສ​າ​ກົນ​ປັດ​ຈຸ​ບັນນີ້ ​ຖານະ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ອາ​ຊຽນ ແມ່ນ​ຂໍ​ກຸນ​ແຈ​ເພື່ອ​ຮັກ​ສາ​ຄວາມ​ດຸ່ນ​ດຽງ​ໃນ​ທົ່ວ​ພາກ​ພື້ນ.
ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ອາ​ຊຽນ ລັດ​ເຊຍ (ພາບ: TTXVN)

ທ່ານ Grigory Trofimchuk, ນັກ​ຊ່ຽວ​ຊາ​ນ​ລັດ​ເຊຍ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກາ​ນ​ພົວ​ພັນ​ສາ​ກົນ ໃຫ້​ຂໍ້​ສັງ​ເກດ​ວ່າ​ໃນ​ສະ​ພາບ​ການ​ສ​າ​ກົນ​ປັດ​ຈຸ​ບັນນີ້ ​ຖານະ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ອາ​ຊຽນ ແມ່ນ​ຂໍ​ກຸນ​ແຈ​ເພື່ອ​ຮັກ​ສາ​ຄວາມ​ດຸ່ນ​ດຽງ​ໃນ​ທົ່ວ​ພາກ​ພື້ນ. ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່​າວ​​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ, ທ່ານ ເນັ້ນ​ໜັກ​ວ່າ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່, ອາ​ຊຽນ​ໄດ້​ລື່ນ​ກາຍຂອບ​ເຂດ​ຂອງ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ ເພື່ອ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ແຖວ​ໜ້າ ເຊິ່ງ​ໄດ້​ຮັບ​ການນັບ​ຖື​ເປັນພິ​ເສດ​ຈາກ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຄື: ອາ​ເມ​ລິ​ກາ, ຈີນ, ລັດ​ເຊຍ, ຍີ່​ປຸ່ນ ແລະ ສະ​ຫະ​ພາບ ເອີ​ລົບ (EU). ​ໃນ​ສະ​ພາບ​ການ​​ນັ້ນ, ຫວຽດ​ນາມ ພົ້ນ​ເດັ່ນ​ຂຶ້ນ​ຄືດັ່ງ​ຈຸດ​ປະ​ກາຍ​​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ, ຄວາມຄ່ອງ​ແຄ້ວ​ໃນ​ການ​ຮັກ​ສາ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃຫ້​ສົມ​ດູນ ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ, ຮັກ​ສາ​ຄວາມ​ດຸ່ນ​ດ່ຽງ​ຂອງ​ທົ່ວ​ພາກ​ພື້ນ. ການ​ມີ​ໜ້າ​ຂອງ​ທ່ານເລ​ມິງຮຶງ ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຫວຽດ​ນາມ ຢູ່ ເວ​ທີ​ປາ​ໄສ ອາ​ຊຽນ - ລັດ​ເຊຍ​ຜ່ານ​ມາ ແມ່ນຫຼັກ​ຖານ​ພະ​ຍານ​​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ຂອບ​ຂະ​ໜາດ ແລະ ອິດ​ທິ​ພົນ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ທ່ານ ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູນຫຼັກ, ປະ​ກອບ​ສ່ວນ​ຕັດ​ສິນ​​ຜົນ​ສຳ​ເລັດ​ຂອງ ອາ​ຊຽນ. ຫວຽດ​ນາມ​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ກາ​ນ​ຮ່ວມ​ມື​ຍຸດ​ທະ​ສາດລະ​ອຽດ ແລະ ຍາວ​ນານ​ສຳ​ລັບ​ແຕ່​ລະ​ຄູ່​ຮ່ວມ​ມື. ຫຼາຍ​ປະ​ເທດ​ອາດ​ສາ​ມາດ​ທາບ​ທາມ​ບົດ​ຮຽນ​ປະ​ສົບ​ການ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ, ພິ​ເສດແມ່ນ​ວິ​ທີ​ການນຳ​ທາງ​ໃນ​ສະ​ພາບ​ພູ​ມີ​ສາດ​ການ​ເມືອງ​ທີ່​ສັບສົນ ໃນ​ຂະ​ນະ​ທີ່​ຍັງ​ຮັກ​ສາຫຼັກ​ໝັ້ນ​ຢຶດ​ໝັ້ນ​ເພື່ອ​​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ຜາ​ສຸກ​ໃຫ້​ທົ່ວ​ປວງ​ຊົນ.


top