• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ຂົນ​ສົ່ງ​ທາງ​ທະ​ເລ

ຫຼາຍບໍລິສັດ logistics ຂອງ ລັດເຊຍ ໄດ້ເປີດສາຍຂົນສົ່ງທາງລົດໄຟ, ທາງທະເລ ເພື່ອຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ກັບ ລັດເຊຍ, ໃນນັ້ນ ກຸ່ມບໍລິສັດ FESCO ດ້ວຍໂຄງການກໍ່ສ້າງທ່າກ່ຳປັ່ນທະເລນະຄອນ ໂຮ່ຈີມິນ ເປັນທ່າກ່ຳປັ່ນຄ່ຽນຖ່າຍສິນຄ້າໄປຍັງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນສວມບົດບາດແກ່ນສານ.
(ພາບປະກອບ:VOV)

ຫວ່າງມໍ່ໆມານີ້, ທ່ານ German Maslov ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບ logistics ຂອງ FESCO ທີ່ມີສຳນັກງານຕັ້ງຢູ່ Vladivostok, ລັດເຊຍ  ໃຫ້ຮູ້ວ່າ ພາຍຫຼັງ 2 ປີແຫ່ງການເຄື່ອນໄຫວ, ເສັ້ນທາງທະເລເຊື່ອມຕໍ່ Vladivostok ກັບບັນດາທ່າກ່ຳປັ່ນຂອງ ຫວຽດນາມ, FESCO ໄດ້ເພີ່ມກ່ຳປັ່ນທີ່ເຄື່ອນໄຫວເປັນປະຈຳ ຂຶ້ນເປັນ 3 ລຳ. ປະລິມານສິນຄ້າລະຫວ່າງ ຫວຽດນາມ ແລະ ລັດເຊຍ ເຊິ່ງ FESCO ຂົນສົ່ງໃນປີ 2025 ນີ້ ໄດ້ເພີ່ມຂຶ້ນ 16% ເມື່ອທຽບໃສ່ປີກາຍ. ສິນຄ້າຈາກບັນດາປະເທດ ອາຊຽນ ທີ່ສົ່ງໄປຍັງ ລັດເຊຍ ກໍລ້ວນແຕ່ໄດ້ຮັບການຄ່ຽນຖ່າຍໂດຍ FESCO ຜ່ານບັນດາທ່າກ່ຳປັ່ນຂອງ ຫວຽດນາມ.

ນອກຈາກບັນດາເສັ້ນທາງໄປຍັງປະເທດ ລັດເຊຍ,  ຫວຽດນາມ ຍັງເປັນສູນຂົນສົ່ງທີ່ສຳຄັນໃນບັນດາເສັ້ນທາງອື່ນໆຂອງພາກພື້ນ, FESCO ຍັງມີເສັ້ນທາງຂົນສົ່ງ ຫວຽດນາມ - ມາເລເຊຍ, ຫວຽດນາມ - ອິນໂດເນເຊຍ, ຫວຽດນາມ - ໄທ. ທ່ານ Maslov ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນທ່າກ່ຳປັ່ນສຳຄັນໃຫ້ແກ່ແຜນທີ່ຂົນສົ່ງກັບ ອາຊຽນ, ແມ່ນປັດໄຈເພື່ອເພີ່ມທະວີການຂົນສົ່ງສິນຄ້າລະຫວ່າງ ລັດເຊຍ ແລະ ອາຊຽນ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top