ຫຼາຍບໍລິສັດ logistics ຂອງ ລັດເຊຍ ໄດ້ເປີດສາຍຂົນສົ່ງທາງລົດໄຟ, ທາງທະເລ ເພື່ອຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ກັບ ລັດເຊຍ, ໃນນັ້ນ ກຸ່ມບໍລິສັດ FESCO ດ້ວຍໂຄງການກໍ່ສ້າງທ່າກ່ຳປັ່ນທະເລນະຄອນ ໂຮ່ຈີມິນ ເປັນທ່າກ່ຳປັ່ນຄ່ຽນຖ່າຍສິນຄ້າໄປຍັງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນສວມບົດບາດແກ່ນສານ.
ຫວ່າງມໍ່ໆມານີ້, ທ່ານ German Maslov ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບ logistics ຂອງ FESCO ທີ່ມີສຳນັກງານຕັ້ງຢູ່ Vladivostok, ລັດເຊຍ ໃຫ້ຮູ້ວ່າ ພາຍຫຼັງ 2 ປີແຫ່ງການເຄື່ອນໄຫວ, ເສັ້ນທາງທະເລເຊື່ອມຕໍ່ Vladivostok ກັບບັນດາທ່າກ່ຳປັ່ນຂອງ ຫວຽດນາມ, FESCO ໄດ້ເພີ່ມກ່ຳປັ່ນທີ່ເຄື່ອນໄຫວເປັນປະຈຳ ຂຶ້ນເປັນ 3 ລຳ. ປະລິມານສິນຄ້າລະຫວ່າງ ຫວຽດນາມ ແລະ ລັດເຊຍ ເຊິ່ງ FESCO ຂົນສົ່ງໃນປີ 2025 ນີ້ ໄດ້ເພີ່ມຂຶ້ນ 16% ເມື່ອທຽບໃສ່ປີກາຍ. ສິນຄ້າຈາກບັນດາປະເທດ ອາຊຽນ ທີ່ສົ່ງໄປຍັງ ລັດເຊຍ ກໍລ້ວນແຕ່ໄດ້ຮັບການຄ່ຽນຖ່າຍໂດຍ FESCO ຜ່ານບັນດາທ່າກ່ຳປັ່ນຂອງ ຫວຽດນາມ.
ນອກຈາກບັນດາເສັ້ນທາງໄປຍັງປະເທດ ລັດເຊຍ, ຫວຽດນາມ ຍັງເປັນສູນຂົນສົ່ງທີ່ສຳຄັນໃນບັນດາເສັ້ນທາງອື່ນໆຂອງພາກພື້ນ, FESCO ຍັງມີເສັ້ນທາງຂົນສົ່ງ ຫວຽດນາມ - ມາເລເຊຍ, ຫວຽດນາມ - ອິນໂດເນເຊຍ, ຫວຽດນາມ - ໄທ. ທ່ານ Maslov ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນທ່າກ່ຳປັ່ນສຳຄັນໃຫ້ແກ່ແຜນທີ່ຂົນສົ່ງກັບ ອາຊຽນ, ແມ່ນປັດໄຈເພື່ອເພີ່ມທະວີການຂົນສົ່ງສິນຄ້າລະຫວ່າງ ລັດເຊຍ ແລະ ອາຊຽນ.