• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເລື່ອນ​ຂຶ້ນ​ຕິດ​ກຸ່ມ​ແຖວ​ໜ້າ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫຼູຫຼາ​ທົ່ວ​ໂລກ

ວັນທີ 17 ມີນາ, ວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃຫ້ຮູ້ວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ເປັນໜຶ່ງໃນບັນດາຕະຫຼາດພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ໃນຂົງເຂດອະສັງຫາລິມະຊັບຫຼູຫຼາ.
  ບົດຂຽນໄດ້ເອົາລົງໃນວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃນວັນທີ 17/3 (ພາບ: TTXVN)  

ວາລະສານດັ່ງກ່າວໄດ້ຄັດສະເໜີບົດລາຍງານ “Branded Residences 2025–2026”  ຂອງກຸ່ມບໍລິສັດທີ່ປຶກສາອະສັງຫາລະມະຊັບ Savills, ວາລະສານດັ່ງກ່າວໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີຫຼາຍກວ່າ 50 ໂຄງການອະຊັງຫາລິມະຊັບຫຼູຫຼາ ຕິດພັນກັບ 34 ເຄື່ອງໝາຍການຄ້າສາກົນ, ຜ່ານນັ້ນ ກໍ່ເລື່ອນຂຶ້ນລະດັບທີ 4 ທົ່ວໂລກກ່ຽວກັບຈຳນວນໂຄງການ, ພຽງແຕ່ຖັດຈາກ ອາເມລິກາ, ອາຣັບບິ ຊະອຸດິ ແລະ ເມັກຊີໂກ.

        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ພວມກວມເອົາທ່າແຮງຢ່າງຈະແຈ້ງ. ຕົວເລກໂດຍບໍລິສັດທີ່ປຶກສາໂຮງແຮມ C9 Hotelworks  ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ກວມເອົາເຖິງ 41% ຈຳນວນໂຄງການອະສັງຫາລິມະຊັບຫຼູຫຼາທີ່ພວມໄດ້ຮັບການກໍ່ສ້າງຢູ່ ອາຊີ, ເຊິ່ງເປັນອັດຕາສູງສຸດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບເຮັ່ງ​ກໍ່​ສ້າງ, ບູ​ລະ​ນະ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ ຕັດ​ສິນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ.

Top