• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ແມ່​​ນ້ຳຂອງ ແບບ​ເຊິ່ງ​ໜ້າ ປີ 2022

ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022 ແຕ່ວັນທີ 9 – 14 ຕຸລາ ແບບເຊິ່ງໜ້າ ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່… ເດັດດ່ຽວຟື້ນຟູການທ່ອງທ່ຽວ”.

ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022 ແຕ່ວັນທີ 9 – 14 ຕຸລາ ແບບເຊິ່ງໜ້າ ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່… ເດັດດ່ຽວຟື້ນຟູການທ່ອງທ່ຽວ”. 

    

ເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022  ຈະດຳເນີນຢູ່ເຂດພັກຜ່ອນບຳລຸງສຸຂະພາບ ນາມໂຮ້ຍອານ (Hoiana), ແຂວງ ກວ໋າງນາມ 

ຕາມແຫຼ່ງຂ່າວຈາກກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃນວັນທີ 12 ສິງຫາ ໃຫ້ຮູ້ວ່າ ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022 ແຕ່ວັນທີ 9 – 14 ຕຸລາ ແບບເຊິ່ງໜ້າ ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່… ເດັດດ່ຽວຟື້ນຟູການທ່ອງທ່ຽວ”. ນີ້ຈະແມ່ນເຫດການພົບປະໂດຍກົງຈາກ 6 ແຫ່ງຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທຳອິດນັບແຕ່ປີ 2019 ມານີ້. ເຫດການດັ່ງກ່າວ ຈະດຳເນີນຢູ່ເຂດພັກຜ່ອນບຳລຸງສຸຂະພາບ ນາມໂຮ້ຍອານ (Hoiana), ແຂວງ ກວ໋າງນາມ, ເຊິ່ງແມ່ນເຫດການພົບປະແລກປ່ຽນຄັ້ງທຳອິດທີ່ເຕົ້າໂຮມການນຳ, ນັກຊ່ຽວຊານໃນດ້ານທ່ອງທ່ຽວທັງພາກລັດ ແລະ ເອກະຊົນ ໃນອະນຸພາກພື້ນແມ່ນ້ຳຂອງ ພາຍຫຼັງທີ່ຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19. ການຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ ປີ 2022 ແມ່ນເພື່ອແນໃສ່ສ້າງຂະແໜງທ່ອງທ່ຽວຄືນໃໝ່, ປ່ຽນໃໝ່ຂົງເຂດນີ້ ມຸ່ງໄປເຖິງຊຸກຍູ້ການເຄື່ອນໄຫວຕົວຈິງ ແລະ ສ້າງຂະແໜງທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮອບດ້ານ, ຍືນຍົງ ແລະ ປະສົບຜົນສຳເລັດກວ່າ. ເວທີປາໄສດັ່ງກ່າວກໍຈະເຕື້ອງເຖິງທ່າອ່ຽງຢ່າງໃຫຍ່ຫຼວງທີ່ສົ່ງຜົນສະທ້ອນຕໍ່ການຟື້ນຟູຂອງຂະແໜງທ່ອງທ່ຽວ. ໃນຂອບເຂດຂອງເວທີປາໄສ, ຍັງມີງານວາງສະແດງການທ່ອງທ່ຽວແບບຍືນຍົງຂອງ ຫວຽດນາມ ແລະ ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ແນໃສ່ວາງສະແດງ, ໂຄສະນາເຜີຍແຜ່ ແລະ ແນະນຳຜະລິດຕະພັນ, ການບໍລິການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ວົງຄະນະຍາດ ແລະ ສ້າງຜົນກະທົບຢ່າງຕັ້ງໜ້າ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top