• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “ພ້ອມ​ກັນ​ເປີດ​ປະ​ຕູ​ຕະຫຼາດ” ອາ​ຟະ​ລິ​ກາ

ເວ​ທີ​ປາ​ໄສ​ການ​ລົງ​ທຶນ ແລະ ການ​ຄ້າ ອາ​ຟະ​ລິ​ກາ ຄັ້ງ​ທີ 12 (AFIC 12) ຖື​ກ​ໄຂ​ຂຶ້ນ​ໃນ​ວັນ​ທີ 09 ພຶດ​ສະ​ພາ​ຢູ່​ນະ​ຄອນຫຼວງ ອານ​ເຊ​ຣີ ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ເປີດ​ປະ​ຕູ​ຕະຫຼາດ”.
  ທ່ານ​ຮ​ວ່າງ​ດຶກ​ທ້ວນ (ເບື້ອງ​ຊ້າຍ) - ທູ​ດ​ການ​ຄ້າ ຫວຽດ​ນາມ ປະ​ຈໍາ ອານ​ເຊ​ຣີ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ (ພາບ: TTXVN)  

ເວ​ທີ​ປາ​ໄສ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 2.000 ຄົນ, ລວມ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່, ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ, ອົງ​ການ​ການ​ເງິນ ແລະ ພັດ​ທະ​ນາ​ທີ່​ມາ​ຈາກ 43 ປະ​ເທດ ອາ​ຟະ​ລິ​ກາ ແລະ ຫຼາຍ​ຄູ່​ຮ່ວມ​ມື​ສາ​ກົນ, ໃນ​ນັ້ນ ມີ ຫວຽດ​ນາມ.

ໃນ​ເຫດ​ການ​ທີ່​ແກ່​ຍາວ 2 ວັນ​ນີ້, ມີ​ຂໍ້​ຕົກ​ລົງ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ, ການ​ຄ້າ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ລົງ​ນາມ. AFIC 12 ແນ​ໃສ່​ເປົ້າ​ໝາຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຜະ​ລິດ, ພັດ​ທະ​ນາ​ການ​ຄ້າ​ພາຍ​ໃນ​ກຸ່ມ ອາ​ຟະ​ລິ​ກາ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າໃຫ້​ແກ່​ການ​ເຂົ້າ​ເຖິງ​ຕະຫຼາດ, ສ​ອດ​ຄ​່ອງ​ກັບ​ທ່າ​ອ່ຽງ​ໃໝ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ຟະ​ລິ​ກາ.

ຢູ່ນອກ​ເວ​ທີ​ປາ​ໄສ AFIC 12, ຄະ​ນະ​ຈັດ​ຕັ້ງ​ຍັງ​ຈັດ​ເຂດ​ວາງ​ສະ​ແດງ, ແນະ​ນຳຫຼາຍ​ວິ​ສາ​ຫະ​ກິດ​ໃຫຍ່ ກໍ​ຄື​ຜະ​ລິ​ດ​ຕະ​ພັນ​ທີ່​ພົ້ນ​ເດັ່ນ​ຂອງຫຼາຍ​ປະ​ເທດ ອາ​ຟະ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ພັກ, ລັດ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 2 ໃຫ່​ແກ່​ກົມ 16 ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ, ແຕ່​ພ້ອມດຽວ​ກັນ​ນັ້ນ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່ 2 ເວົ້າ​ລວມ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ.

Top