• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ ອາ​ຊີ - ປ​າ​ຊີ​ຟິກ ຄັ້ງ​ທີ 31

ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືອົງອາດກ້າແກ່ນເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຍືນຍົງ”, ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF 31) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 23 ພະຈິກ ຢູ່ນະຄອນຫຼວງ Manila (ຟີລິບປິນ).

ດ້ວຍການເຂົ້າຮ່ວມຂອງຜູ້ແທນ 275 ຄົນ ທີ່ມາຈາກ 19 ປະເທດ, APPF 31 ແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫາລືບັນດາບັນຫາ, ຄື: ຄວາມໝັ້ນຄົງພາກພື້ນ, ອາດຊະຍາກຳຂ້າມຊາດ, ການຄ້າເສລີ ແລະ ຄວາມຍຸຕິທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ, ອົບພະຍົບ, ຟື້ນຟູເສດຖະກິດຫຼັງໂລກລະບາດ.

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ຄາດວ່າ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຈະມີບົດກ່າວປາໄສສຳຄັນໃນວາລະປະຊຸມຄົບຄະນະຄັ້ງໜຶ່ງກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ, ໂດຍສຸມໃສ່ຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດຂອງບັນດາລັດຖະສະພາ ແນໃສ່ຊຸກຍູ້ສັນຕິພາບ”.

ການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ສະພາແຫ່ງຊາດ ຫວຽດນາມ ໃນການເຂົ້າຮ່ວມບັນດາເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍ ຢ່າງມີຄວາມຮັບຜິດຊອບ, ຜ່ານນັ້ນເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນທີ່ສຳຄັນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາໃນທົ່ວໂລກໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top