• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ພັນ​ທະ​ປົກ​ປ້ອງ​ປະ​ຊາ​ຊົນ​ໃນ​ການ​ປະ​ທະ​ກັນ

ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ໃນການປະທະກັນຈຶ່ງປະຕິບັດບັນດາພັນທະປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ຢ່າງເຂັ້ມງວດ.
ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 27 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 55 ຂອງ ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ສະວິດ, ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ເຊີແນວ ໄດ້ມີບົດກ່າວປາໄສ ກ່ຽວກັບການຕິດຕາມ ແລະ ປະຕິບັດຖະແຫຼງການ ແລະ ໂຄງການກະທຳ Vienna (VDPA).

ດ້ວຍຫົວຂໍ້ ກ່າວຄຳເຫັນກ່ຽວກັບການປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນໃນການປະທະກັນດ້ວຍອາວຸດ, ທ່ານ ມາຍຟານຢຸງ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ໃນການປະທະກັນຈຶ່ງປະຕິບັດບັນດາພັນທະປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ຢ່າງເຂັ້ມງວດ. ບັນດາປະເທດ, ບັນດາຝ່າຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນບັນດາອົງການຈັດຕັ້ງສາກົນ ຄວນເພີ່ມທະວີການຮ່ວມມື, ສຸມໃສ່ ການໜູນຊ່ວຍຊຸກຍູ້ການພັດທະນາແບບຍືນຍົງ ບັນດາເຂດປະຊາຊົນຖືກຜົນກະທ້ອນຈາກສົງຄາມ, ຖືນີ້ແມ່ນມາດຕະການຍາວນານເພື່ອຮັບປະກັນການຊົມໃຊ້ສິດທິມະນຸດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top