• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ​ສືບ​ຕໍ່ສົ່ງ​ເສີມການ​ເຈ​ລະ​ຈາ​ກຳ​ນົດ​ແບ່ງ ເຂດ ເສດ​ຖະ​ກິດ​ພິ​ເສດ

ຕອນບ່າຍວັນທີ 21 ມິຖຸນາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະກັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຢູ່ນອກກອບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ບາງກອກ, ໄທ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ (ພາບ: Thế giới&Việt Nam)

ທີ່ການພົບປະສອງຝ່າຍໄດ້ເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍໄດ້ແບ່ງປັນບົດຮຽນໃນການພັດທະນາເສດຖະກິດແບບຍືນຍົງ, ພິເສດແມ່ນ ບົດຮຽນໃນການພັດທະນາເສດຖະກິດທາງທະເລ, ການຮ່ວມມືຄຸ້ມຄອງ, ອະນຸລັກຮັກສາຊັບພະຍາກອນທາງທະເລ, ຖືວ່ານີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດ. ບົນຈິດໃຈນັ້ນ, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກຳນົດແບ່ງ ເຂດເສດຖະກິດພິເສດທັບຊ້ອນລະຫວ່າງສອງປະເທດ, ສ້າງພື້ນຖານດ້ານກົດໝາຍເພື່ອຄຸ້ມຄອງ ເຂດທະເລທີ່ຂຶ້ນກັບອະທິປະໄຕຂອງແຕ່ລະປະເທດກໍ່ຄືຊຸກຍູ້ການຮ່ວມມືສາກົນຢ່າງມີປະສິດທິຜົນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບ ຊາວປະມົງ, ເຮືອຫາປາ, ແກ້ໄຂບັນດາສິ່ງແຕກຕ່າງກັນບົນເນື້ອໃນຈິດໃຈມະນຸດສະທຳ, ການພົວພັນຄູ່ຮ່ວມມືຍຸດທະສາດກໍ່ຄືຄວາມສາມັກຄີ ອາຊຽນ. ສ່ວນບັນຫາ ທະເລຕາເວັນອອກ, ສອງຝ່າຍໄດ້ໃຫ້ ຄຳໝັ້ນສັນຍາວ່າຈະສືບຕໍ່ການຮ່ວມມື, ແບ່ງປັນຫຼັກໝັ້ນ, ທັດສະນະເຊິ່ງກັນ ແລະ ກັນ ແລະ ກັບບັນດາປະເທດ ອາຊຽນ ເພື່ອພ້ອມກັນຮັກສາຄວາມສາມັກຄີ ແລະ ສຽງເວົ້າລວມ. ຮັບປະກັນສັນຕິພາບ, ຄວາມໜັ້ນຄົງ, ສະຖຽນລະພາບ ຢູ່ທະເລຕາເວັນອອກ, ຊຸກຍູ້ການປະຕິບັດ ຖະແຫຼງການປີ 2002 ກ່ຽວກັບການປະພຶດຢູ່ ທະເລຕາເວັນອອກ (DOC) ແລະ ບັນລຸໄດ້ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານໂດຍໄວ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top