• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ​ກ່າວ​ຄຳ​ເຫັນຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ເລື່ອງລັດ​ຖະ​ບານ Haiti ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ

ໃນວັນທີ 19 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມອອນລາຍ ເພື່ອປຶກສາຫາລືສະພາບການ ແລະ ເນື້ອໃນບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການເຄື່ອນໄຫວຂອງຫ້ອງ ການປະສານງານ ຂອງ ສປຊ ປະຈຳ Haiti (BINUH). 

ພາບປະກອບ: AP

ທີ່ກອງປະຊຸມ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບົດກ່າວຄຳເຫັນຮ່ວມກັນ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມຂາດສະຖຽນລະພາບ ໃນຫຼາຍດ້ານ ທີ່ກ່ຽວຂ້ອງເຖິງສະພາບການຢູ່ Haiti, ພິເສດແມ່ນບັນດາຜົນກະທົບຫຍໍ້ທໍ້ຈາກ ໂລກລະບາດ Covid -19, ສອງປະເທດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ Haiti ໃນການປະຕິຮູບລັດຖະທຳມະນູນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ Haiti ເພີ່ມທະວີການໂອ້ລົມສົນທະນາຢ່າງຮອບດ້ານ, ສະໜັບສະໜູນຂະບວນການເລືອກຕັ້ງ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ບັນດາປະເທດໃນພາກພື້ນ ເພີ່ມທະວີການໜູນຊ່ວຍ Haiti ນັບທັງດ້ານການເມືອງ ແລະ ເຕັກນິກໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກນີ້, ສອງປະເທດໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫ້ອງ ການປະສານງານຂອງ ສປຊ ປະຈຳ Haiti ໄດ້ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍ Haiti ໃນໄລຍະທີ່ຜ່ານມາ, ສະເໜີໃຫ້ ຫ້ອງການດັ່ງກ່າວກຳນົດບັນດາມາດຕະການຢ່າງລະອຽດເພື່ອໜູນຊ່ວຍ Haiti ແກ້ໄຂບັນດາບັນຫາເຄັ່ງຮ້ອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top