ຂ່າວສານ
ຫວຽດນາມ-ອາເມລິກາ ເຊັນບົດບັນຖືກຊ່ວຍຈຳການຮ່ວມມືແກ້ໄຊຜົນຮ້າຍຢ້ອນຫຼັງຈາກສົງຄາມ
ຕອນເຊົ້າວັນທີ 31 ຕຸລາ, ພິທີເຊັນບົດບັນຖືກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອາເມລິກາ ກ່ຽວກັບການເພີ່ມທະວີ ການຮ່ວມມືແກ້ໄຊຜົນຮ້າຍຢ້ອນຫຼັງຈາກສົງຄາມ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ.
ທ່ານພົນໂທ ຮ່ວາງຊັວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ແລະ ທ່ານ Marc Evans Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເປັນປະທານຮ່ວມພິທີເຊັນ.
ທ່ານພົນໂທ ຮ່ວາງຊັວນຈຽນ ເນັ້ນໜັກວ່າ, ພິທີເຊັນຄັ້ງນີ້ ແມ່ນເຫດການສຳຄັນທີ່ສຸດ ແລະ ມີຄວາມໝາຍ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ທ່ານສະແດງຄວາມເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈຳ ຈະແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ແລະ ອາເມລິກາ ປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສຳເລັດໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານ ຫວຽດນາມ-ອາເມບລິກາ.








