• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ.
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໃນຕອນເຊົ້າວັນທີ 21 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຢັ້ງຢືນວາ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຄະນະປະຕິບັດງານຂອງສະພາແຫ່ງຊາດ ອາເມລິກາ ມາຢ້ຽມຢາມ ແລະ ເຮັດວຽກ, ພ້ອມທັງປາດຖະໜາຢາກໃຫ້ສອງຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນ, ຖອດຖອນບົດຮຽນປະສົບການໃນການສ້າງກົດໝາຍ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ, ທ່ານປາດຖະໜາຢາກໃຫ້ອາເມລິກາ ຮັບຮອງຂໍ້ກຳນົດເສດຖະກິດການຕະຫຼາດຫວຽດນາມ ໂດຍໄວ ແລະ ນຳຫວຽດນາມອອກຈາກບັນຊີລາຊີຄວບຄຸມການສົ່ງອອກຍຸດທະສາດ. ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper  ຢັ້ງຢືນ ອາເມລິກາຍາມໃດກໍ່ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນຂອງຂອບເຂດການຮ່ວມມືຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນທຸກເສົາຄ້ຳ, ເປັນຕົ້ນແມ່ນການຊຸກຍູ້ບັນດາການພົບປະຂັ້ນສູງ, ເປີດກວ້າງການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດຄື ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ທ່ານເນັ້ນໜັກວ່າ ອາເມລິກາ  ຈະຮ່ວມເດີນທາງພ້ອມກັບ ຫວຽດນາມໃນວິວັດການສູ້ຊົນບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

Top