• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່ Asian Pop Culture Festival

ເຫດ​ການ​ມີ​ການ​ເຕົ້າ​​ໂຮມ​ຂອງ​ຜູ້​ຕາງ​ໜ້າຫຼາຍ​ປະ​ເທດ​ດ້ວຍ​ການເຄື່ອນ​ໄຫວ​ທີ່ຫຼາຍ​ຮູບ​ແບບ​ຈາກ​ດົນ​ຕີ, ແຟ​ຊັນ, ອາ​ຫານ​ການ​ກິນ, ສິ​ລະ​ປະພື້ນ​ເມືອງ ຕະຫຼອດ​ຮອດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຍຸກ​ປັດ​ຈຸ​ບັນ.
  ຄະ​ນະ​ຜູ້​ແທນ ຫວຽດ​ນາມ​ແນະ​ນຳ​ຊຸດ​ອາ​ພອນ ແລະ ວັດ​ທະ​ນະ​ທຳ​ຢູ່ Festival (ພາບ: TTXVN)  
ໃນ​ລະ​ຫວ່າງວັນ​ທີ 30 – 31 ພຶດ​ສະ​ພາ, ​ສູນ​ວາງ​ສະ​ແດງ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ຜູ້​ນິ​ຍົມວັດ​ທະ​ນະ​ທຳ ອາ​ຊີ​ນັບ​ພັນ​ຄົນ ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ເປັນ​ເຈົ້າ​ພາບ​ຈັດ​ Asian Pop Culture Festival (APCF) - ວັນ​ບຸນ​ວັດ​ທະ​ນະ​ທຳມະ​ຫາ​ຊົນ​ອາ​ຊີ ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ຢູ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ​ຝ​ລັ່ງ. ເຫດ​ການ​ມີ​ການ​ເຕົ້າ​​ໂຮມ​ຂອງ​ຜູ້​ຕາງ​ໜ້າຫຼາຍ​ປະ​ເທດ​ດ້ວຍ​ການເຄື່ອນ​ໄຫວ​ທີ່ຫຼາຍ​ຮູບ​ແບບ​ຈາກ​ດົນ​ຕີ, ແຟ​ຊັນ, ອາ​ຫານ​ການ​ກິນ, ສິ​ລະ​ປະພື້ນ​ເມືອງ ຕະຫຼອດ​ຮອດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຍຸກ​ປັດ​ຈຸ​ບັນ. ໃນ​ສະ​ຖານ​ທີ່​ນັ້ນ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ສ້າງຫຼາຍ​ຂີດ​ໝາຍ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ, ຜະ​ລິດ​ຕ​ະ​ພັນ​ກະ​ເສດ, ເສື້ອ​ຍາວ…ນີ້​ແມ່ນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸ​ນ​ດ້ວຍ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 10 ແຫ່ງ, ໃນ​ນັ້ນ​ມີ 6 ຮ້ານ​ອາ​ຫານ​ການ​ກິນ ພ້ອມ​ກັບຫຼາຍ​ສ​ະ​ຖານ​ທີ່​ແນະ​ນຳ​ວັດ​ທະ​ນະ​ທຳ​ຊາດ. ບໍ່​ພຽງ​ແຕ່​ແນະ​ນຳ​ກິ​ລາ ແລະ ອາ​ຫານ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຍັງ​ນຳ​ມາ​ວັນ​ບຸນ​ບັນ​ດາ​ຈຸດ​ຄວາມ​ງາມ​ປະ​ເພ​ນີ​ຜ່ານ​ຊຸດ​ເສື້ອ​ຍາວ ແລະ ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບົນ​ພື້ນ​ຖານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ຟີ​ລິບ​ປິນ, ການ​ນຳ​ສອ​ງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ສອງ​ຝ່າຍທີ່​ໄດ້​ເຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ໃນ​ທຸກ​ຂັ້ນ​ຢ່າງ​ເປັນ​ປະ​ຈຳ

Top