• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສູ້​ຊົນ​ມີ​ໂຮງ​ງານ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ແຫ່ງ​ທຳ​ອິດ​ໃນ​ປີ 2026

ຕອນຄ່ຳວັນທີ 06 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະການນຳສະຫະສະມາຄົມ ແລະ ບັນດາວິສາຫະກິດໃນຂົງເຂດເຄິ່ງຊັກນຳໄຟຟ້າ ຂຶ້ນກັບສະຫະສະມາຄົມເຄິ່ງຊັກນຳໄຟຟ້າທົ່ວໂລກ (SEMI) ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບເຄິ່ງຊັກນ້ຳໄຟຟ້າ (SEMI Expo) ຫວຽດນາມ ປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມກັບບັນດາຜູ້ແທນ

ໃນການເຮັດວຽກ, ບັນດາຜູ້ແທນໄດ້ສະແດງຄວາມປະທັບໃຈຕໍ່ຍຸດທະສາດພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ພິເສດແມ່ນການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ຕີລາຄາສູງບັນດານະໂຍບາຍພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ ແລະ ປາດຖະໜາວ່າ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ບັນດາຜູ້ແທນກໍໄດ້ສະເໜີຫຼາຍມາດຕະການແນໃສ່ພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ ຫວຽດນາມ ແລະ ການເຊື່ອມຕໍ່ທົ່ວໂລກ, ນຳ ຫວຽດນາມ ກາຍເປັນສູນເຄິ່ງຊັກນຳໄຟຟ້າຂອງພາກພື້ນ ແລະ ໃນໂລກ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າຮອດປີ 2030 ແລະ ວິໄສທັດຮອດປີ 2050. ຫວຽດນາມ ສູ້ຊົນໃນປີ 2026 ຈະມີຮາກຖານຜະລິດຊິບເຄິ່ງຊັກນຳໄຟຟ້າແຫ່ງທຳອິດ; ຊ້າສຸດແມ່ນປີ 2027, ອອກແບບ, ປະດິດສ້າງ, ທົດລອງກວດຊິບເຄິ່ງຊັກນຳໄຟຟ້າທີ່ຈຳເປັນຈຳນວນໜຶ່ງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

ຢາກພັດທະນາແມ່ນຕ້ອງມີການໜູນຊ່ວຍຈາກເພື່ອນມິດສາກົນໂດຍສະເພາະແມ່ນໃນການຜະລິດຊິບດັ່ງນັ້ນຕ້ອງຜະລິດໄດ້ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ຈຶ່ງຈະພັດທະນາແບບຍືນຍົງໄດ້ພິເສດແມ່ນວິທະຍາສາດເຕັກໂນໂລຢີນະວັດຕະກຳເພື່ອໃຫ້ ຫວຽດນາມ ບຸກທະລຸແບບຍືນຍົງພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຢ່າງວ່ອງໄວ ແລະ ຍືນຍົງປະກອບສ່ວນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ບໍ່ພຽງແຕ່ມາ ຫວຽດນາມ ລົງທຶນເທົ່ານັ້ນ, ຫາກຈະຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ ພັດທະນາລະບົບນິເວດຜະລິດເຄິ່ງຊັກນຳໄຟຟ້າ. ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດມາລົງທຶນ, ຮ່ວມມື.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top