• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ລາວ

ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ.
ທ່ານ ພົນໂທຮ່ວາງຊວັນຈຽນ ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ພັດທະນາແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ກ່ຽວກັບການພົວພັນດ້ານປ້ອງກັນຊາດ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ໂດຍໄດ້ຮັບການມອບສິດຈາກທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽນດາມ, ທ່ານ ພົນໂທຮ່ວາງຊວັນຈຽນ ໄດ້ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top