• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ຮ້ອຍ​ຄົນ ກັບ​ຄືນ​ເມືອ​ປະ​ເທດ

ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ຫວຽດນາມ 360 ຄົນ ຈາກ ສິງກະໂປ ກັບຄືນເມືອປະເທດ.
ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ກັບຄືນເມືອ ປະເທດ 

ວັນທີ 7 ມີນາ, ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ຫວຽດນາມ 360 ຄົນ ຈາກ ສິງກະໂປ ກັບຄືນເມືອປະເທດ. ພາຍຫຼັງລົງຈອດຢູ່ສະໜາມບິນ, ຜູ້ໂດຍສານໃນສອງຖ້ຽວບິນດັ່ງກ່າວ ໄດ້ນັບການກວດສຸຂະພາບ ແລະ ສົ່ງໄປປະຕິບັດການແຍກຕົວຢູ່ແຂວງ  ເບັ໊ນແຈ, ຈ່າວິງ ແລະ ເຮົ້າຢາງ.

        ກ່ອນໜ້ານັ້ນ, ວັນທີ 6 ມີນາ, ທ່າອາກາດສະຍານສາກົນ ເກີ່ນເທີ ກໍໄດ້ຮັບເຮືອບິນ 2 ລຳ ທີ່ສົ່ງພົນລະເມືອງ ຫວຽດນາມ ຫຼາຍກວ່າ 300 ຄົນ ຈາກ ມາເລເຊຍ ກັບຄືນເມືອປະເທດ ແລະ ແຂກໂດຍສານໄດ້ປະຕິບັດການແຍກຕົວຢູ່ ແຂວງ ຕ່ຽນຢາງ ແລະ ແຂວງ ຫວິງລອງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top