• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ ສ​ປ​ຊ

ທ່ານນາງ Tatiana Valovaya ໄດ້ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຂັ້ນສູງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ທ່ານນາງຕີລາຄາສູງບົດບາດພົ້ນເດັ່ນຂອງ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ໃນການຊຸກຍູ້ການທູດດ້ານວັດທະນະທຳ, ເພີ່ມທະວີຄວາມສາມັກຄີສາກົນໃນປະຊາຄົມການຕ່າງປະເທດ ຢູ່ ເຊີແນວ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ ປະຈຳ ເຊີແນວ (ພາບ: TTXVN)

ວັນທີ 19 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ ປະຈຳ ເຊີແນວ (UNOG), ເນື່ອງໃນໂອກາດທ່ານນາງ ໄປປະຕິບັດງານຢູ່ ຫວຽດນາມ ແລະ ເຂົ້າຮ່ວມພິທີໄຂງານວາງສະແດງ “ 17 ແບບຢ່າງການກະທຳຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງ”.

ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເຂົ້າໃນວຽກງານລວມຂອງ ສປຊ ເວົ້າລວມ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ເວົ້າສະເພາະ, ບໍ່ພຽງແຕ່ໃນຖານະບົດບາດຂອງປະເທດໜຶ່ງເທົ່ານັ້ນ ຫາກຍັງໃນຖານະເປັນສ່ວນບຸກຄົນ, ນັກການທູດ, ນັກຊ່ຽວຊານ, ຜູ້ທີ່ມີວິຊາສະເພາະໃນບັນດາຂົງເຂດທີ່ແຕກຕ່າງກັນອີກດ້ວຍ.

ສ່ວນທ່ານນາງ Tatiana Valovaya ໄດ້ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຂັ້ນສູງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ທ່ານນາງຕີລາຄາສູງບົດບາດພົ້ນເດັ່ນຂອງ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ໃນການຊຸກຍູ້ການທູດດ້ານວັດທະນະທຳ, ເພີ່ມທະວີຄວາມສາມັກຄີສາກົນໃນປະຊາຄົມການຕ່າງປະເທດ ຢູ່ ເຊີແນວ.

(ແຫຼ່ງຄັດຈາກ VOV)

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ທ່ານ Miguel Diaz Canel, ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ ໄດ້ອວຍພອນທ່ານ ໂຕເລິມ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ

Top