• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ເພື່ອ​ຊຸກ​ຍູ້​ການ​​ປະ​ຕິ​ບັດ JCPOA ຄືນ​ໃໝ່

ວັນທີ 30 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິເລກທີ 2231, ມະຕິສະໜັບສະໜູນການຜັນຂະຫຍາຍຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວຮ່ວມຮອບດ້ານໃນປີ 2015, ເອີ້ນຫຍໍ້ວ່າ JCPOA.
ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ. (ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ.  ຜູ້ຕາງໜ້າ ຫວຽດນາມ ຢ້ຳຄືນຄວາມສະໜັບສະໜູນຕໍ່ມະຕິເລກທີ 2231 ແລະ JCPOA, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາມະຕິ ແລະ ຂໍ້ຕົກລົງນີ້ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ກໍ່ຄວາມເສຍຫາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ສຸມໃສ່ເຂົ້າໃນການໂອ້ລົມເຈລະຈາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມໃນການສ້າງສະພາບແວດລ້ອມແຫ່ງການໂອ້ລົມເຈລະຈາ, ຮ່ວມມືທັງຢູ່ພາຍໃນ ແລະ ນອກ ສະພາຄວາມໝັ້ນຄົງ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ຕາເວັນອອກກາງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top