ຂ່າວສານ
ຫວຽດນາມ ສະໜັບສະໜູນການຮັບຮອງເອົາຖະແຫຼງການຂອງ ການນຳ APEC ກ່ຽວກັບວິໄສທັດຫຼັງປີ 2020

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງກ່າວຄຳເຫັນທີ່ກອງປະຊຸມ (ພາບ: Baoquocte.vn)
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງເວທີປາໄສການຮ່ວມມືເສດຖະກິດ ທີ່ມີຂອບຂະໜາດໃຫຍ່ຂອງ APEC ໃນການຮ່ວມສຳພັນເສດຖະກິດໃນພາກພື້ນ. ດັ່ງນັ້ນ, ບັນດາພື້ນຖານເສດຖະກິດ ສະມາຊິກຕ້ອງຊຸກຍູ້ຈິດໃຈສາມັກຄີ ແລະ ການຮ່ວມມືເພື່ອນຳໜ້າໃນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19, ຮັກສາທ່າຮ່ວມມື ແລະ ການຮ່ວມສຳພັນເສດຖະກິດໃນພາກພື້ນ. ທ່ານ ຟ້າມບິ່ງມິງຊີ້ແຈ້ງວ່າ:
ຫວຽດນາມໃຫ້ການສະໜັບສະໜູນການຮັບຮອງເອົາຖະແຫຼງການຂອງການນຳບັນດາພື້ນຖານເສດຖະກິດ ສະມາຊິກ APEC ກ່ຽວກັບວິໄສທັດ APEC ຫຼັງ ປີ 2020 ເພື່ອແນໃສ່ວາງອອກບັນດາກຳນົດທິດຍຸດທະສາດ ໄລຍະຍາວໃຫ້ແກ່ການຮ່ວມມື APEC ໃນສະພາບການໂລກ ແລະ ພາກພື້ນ ພວມມີການປ່ຽນແປງຢ່າງໄວວາ ແລະ ເລິກເຊິ່ງ.
ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ຢັ້ງຢືນຄວາມຕັດສິນໃຈຂອງ 21 ປະເທດສະມາຊິກ APEC ຈະສືບຕໍ່ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊີ - ປາຊີຟິກ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ ແລະ ຮັກສາບົດບາດຂອງ APEC ເຊິ່ງແມ່ນກົນໄກການຮ່ວມມືເສດຖະກິດແຖວໜ້າໃນພາກພື້ນໃນຊຸມທົດສະວັດຈະມາເຖິງ.
(ແຫຼ່ງຄັດຈາກ VOV)







