ຂ່າວສານ
ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາກຸ່ມບໍລິສັດໃຫຍ່, ມີຄວາມສາມາດດ້ານເຕັກໂນໂລໂຢຂອງອິນເດຍ ເພີ່ມທະວີການຮ່ວມມື, ລົງທຶນ
ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາກຸ່ມບໍລິສັດໃຫຍ່, ມີຄວາມສາມາດດ້ານເຕັກໂນໂລໂຢຂອງອິນເດຍ ເພີ່ມທະວີການຮ່ວມມື, ລົງທຶນສິ່ງນີ້ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ເນັ້ນໜັກເມື່ອໃຫ້ການຕ້ອນຮັບການນຳປະທານກຸ່ມບໍລິສັດ GMR (ອິນເດຍ) ແລະ ກຸ່ມບໍລິສັດ ACME ໃນວັນທີ 12 ກັນຍາ, ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18, ຢູ່ New Delhi, ອິນເດຍ.
ທີ່ການຕ້ອນຮັບ ທ່ານ Grandhi Mallikarjuna Rao ປະທານກຸ່ມບໍລິສັດ GMR ແລະ ການນຳຂັ້ນສູງຈຳນວນນຶ່ງຂອງກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ເລມິງຮຶງສະແດງຄວາມຊົມເຊີຍຕໍ່ ເລື່ອງ ເພີ່ມທະວີການເຊື່ອມຕໍ່, ຊອກຫາໂອກາດຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ; ທ່ານສະເໜີກຸ່ມບໍລິສັດ ຄົ້ນຄ້ວາຄວາມສາມາດເຂົ້າຮ່ວມບັນດາໂຄງການເໝາະສົມໃນຂົງເຂດພັດທະນາ ແລະ ເຄື່ອນໄຫວສະໜາມບິນ, ຕົວເມືອງສະໜາມບິນ, ຂຸດຄົ້ນການຄ້າ, ລະບົບນິເວດການບໍລິການການບິນ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຢີການບິນ.
ທີ່ການຕ້ອນຮັບ ທ່ານ Sanjay Dhawan, ຮອງປະທານກຸ່ມບໍລິສັດ ແລະ ບັນດາການນຳຂັ້ນສູງ ຂອງກຸ່ມບໍລິສັດ ACME, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນວ່າ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາກຸ່ມບໍລິສັດໃຫຍ່, ມີຄວາມສາມາດເຕັກໂນໂລຢີຂອງອິນເດຍ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນໃນຂົງເຂດເຊິ່ງອິນເດຍອາດຈະມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການເໝາະສົມກັບທິດທາງດຶງດູດການລົງທຶນຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າ ໂລກ (WTO). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາຢາກ WTO ສືບຕໍ່ຊຸກຍູ້ວິວັດການປັບປຸງ ແລະ ເປີດກວ້າງໂຄງການດຳເນີນງານໄປຍັງບັນດາຂົງເຂດໃໝ່ຄື: ການຄ້າດີຈີຕອນ, AI, ການຫັນເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສາມາດຮັບມືຂອງລະບົບສະໜອງ.
ສ່ວນທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO ປາດຖະໜາຢາກ ຫວຽດນາມ ແບ່ງປັນບົດຮຽນປະສົບການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຂອງຕົນ ກັບບັນດາປະເທດພວມພັດທະນາອື່ນ, ຢັ້ງຢືນ WTO ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ປາດຖະໜາຢາກ ຫວຽດນາມ ສະໜັບສະໜູນວິວັດການປະຕິຮູບ WTO ແລະ ວິວັດການເຂົ້າຮ່ວມ WTO ຂອງບັນດາປະເທດ.






