• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ເໜີ EU ຍົກ​ເລີກ “ບັດ​ເຫຼືອງ” ສຳ​ລັບ​ສິນ​ໃນ​ນ້ຳໂດຍ​ໄວ

ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ຣົບ (EU) ຖື​ການ​ພົວ​ພັນ​ສອງ​ຝ່າຍ​ເປັນ​ສຳ​ຄັນ, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - EU ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແທດ​ຈິງງ​ແລະ ມີ​ປະ​ສິດ​ທິ​ຜົນ.

ນີ້​ແມ່ນ​ເນື້ອ​ໃນ​ທີ່​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ Kaja Kallas ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ ສະ​ຫະ​ພາບ​ເອີ​ຣົບ (EU) ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ​ໄດ້​ຕົກ​ລົງ​ນຳ​ກັນ​ໃນ​ການ​ພົບ​ປະ​ທີ່​ດຳ​ເນີນ​ໃນ​ວັນ​ທີ 23 ກໍ​ລະ​ກົດ, ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ Manila, ຟີ​ລິບ​ປິນ.

  ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ Kaja Kallas ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ ສະ​ຫະ​ພາບ​ເອີ​ຣົບ (EU) ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ​ (ພາບ: VNA)  

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ຫວຽດ​ນາມ ພວມ​ຂ້ຽວ​ຂາດ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸດ​ຄ​ົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ (IUU) ຢ່າງ​ຄົບ​ຊຸດ; ສະ​ນັ້ນ, ສະ​ເໜີ​ໃຫ້ EU ມີ​ການ​ຕີ​ລາ​ຄາ​ບັນ​ດາ​ການ​ຫັນ​ປ່ຽນ​ທີ່​ແທ້​ຈິງ ກໍ​ຄື​ບັນ​ດາມາດ​ຕະການ​​ໃໝ່​ຂອງ ຫວຽດ​ນາມ ຢ່າງ​ຄົບ​ຖ້ວນ ແລະ ພາ​ວະ​ວິ​ໄສ, ມຸ່ງ​ໄປ​ເຖິງ​ການ​ຍົກ​ເລີກ “ບັດ​ເຫຼືອງ” ສຳ​ລັບ​ສິນ​ໃນ​ນ້ຳ​ ຫວຽດ​ນາມ ໂດຍ​ໄວ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ກໍ​ສະ​ເໜີ​ໃຫ້ EU ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ຍັງ​ເຫຼືອ ໃຫ້​ສັດ​ຕະ​ຍາ​ບັນ​​ສັນ​ຍາ​ອາ​ລັກ​ຂາ​ແກ່ການ​ລົງ​ທຶນລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ຣົບ (EVIPA) ໂດຍ​ໄວ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top