ລາງວັນສັນຕິພາບສາກົນ Lev N. Tolstoy ແມ່ນໜຶ່ງໃນບັນດາລາງວັນອັນສູງສົ່ງລະດັບສາກົນ ໂດຍ ລັດເຊຍ ລິເລີ່ມ ແນໃສ່ເຊີດບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃຫ້ແກ່ພາລະກິດປົກປັກຮັກສາສັນຕິພາບ, ຊຸກຍູ້ການສົນທະນາ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຊົນຊາດ.
ພິທີປະກາດຂໍ້ຕົກລົງມອບລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026 (ພາບ: VNA)
ວັນທີ 24 ກໍລະກົດ, ສະພາກຳມະການລາງວັນສັນຕິພາບສາກົນ Lev N. Tolstoy ໄດ້ປະກາດຂໍ້ຕົກລົງມອບລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026 ໃຫ້ແກ່ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ແນໃສ່ຮັບຮູ້ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງການນຳຂັ້ນສູງ ຫວຽດນາມ ໃນການປັບປຸງສັນຕິພາບ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາຊົນຊາດ.
ລາງວັນສັນຕິພາບສາກົນ Lev N. Tolstoy ແມ່ນໜຶ່ງໃນບັນດາລາງວັນອັນສູງສົ່ງລະດັບສາກົນ ໂດຍ ລັດເຊຍ ລິເລີ່ມ ແນໃສ່ເຊີດບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃຫ້ແກ່ພາລະກິດປົກປັກຮັກສາສັນຕິພາບ, ຊຸກຍູ້ການສົນທະນາ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຊົນຊາດ. ສະພາກຳມະການປີນີ້ ລວມມີນັກການເມືອງ, ນັກຮຽນຮູ້ຜູ້ມີຄວາມໄວ້ວາງໃຈຫຼາຍທ່ານທີ່ມາຈາກຫຼາຍພາກພື້ນໃນໂລກ, ເຊັ່ນ: ລັດເຊຍ, ຝລັ່ງ, ຈີນ, ຍີ່ປຸ່ນ, ອິນເດຍ, ອາຟະລິກາໃຕ້, ອາກຊັງຕິນ ແລະ ເບລາຣຸດ.
(ແຫຼ່ງຄັດຈາກ VOV)