ຂ່າວສານ
ຫວຽດນາມ ສວມບົດບາດເປັນຜູ້ປຶກສາຫາລືໃນວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າ WTO
ນີ້ແມ່ນຄັ້ງທຳອິດທີ່ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບຄຳເຊື້ອເຊີນເປັນຜູ້ປືກສາຫາລືໃນວາລະປະຊຸມ TPR ຂອງສະມາຊິກໜຶ່ງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ວາງໃຈຂອງທ່ານປະທານ TPR, ຂອງຄະນະຜູ້ແທນ ຍີ່ປຸ່ນ ທີ່ມີຕໍ່ ຫວຽດນາມ ເວົ້າລວມ, ກໍຄືສ່ວນຕົວທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ເວົ້າສະເພາະ.
ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຕີລາຄາສູງຄຳໝັ້ນສັນຍາຂອງ ຍີ່ປຸ່ນ ໃນການຊຸກຍູ້ວິວັດທະນາການຫັນເປັນການຄ້າເສລີ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍກັບ WTO ແມ່ນແກ່ນສານ. ໄປຄຽງຄູ່ກັນນັ້ນ, ຍີ່ປຸ່ນ ກໍ່ສືບຕໍ່ໃຫ້ຄຳໝັ້ນສັນຍາຕໍ່ບັນຫາການຄ້າ ແລະ ການພັດທະນາຜ່ານບັນດາໂຄງການໜູນຊ່ວຍການຄ້າ, ໜູນຊ່ວຍບັນດາສະມາຊິກທີ່ພວມພັດທະນາ ແລະ ດ້ອຍພັດທະນາທີ່ສຸດ ຍົກສູງກຳລັງຄວາມສາມາດເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.
ວາລະປະຊຸມດັ່ງກ່າວ ສືບຕໍ່ໄດ້ດຳເນີນໃນວັນທີ 29 ພຶດສະພາ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ມີບົດກ່າວຄຳເຫັນປິດກອງປະຊຸມ, ຕີລາຄາບັນຫາຕ່າງໆທີ່ບັນດາສະມາຊິກໄດ້ນຳມາປຶກສາຫາລື.







