• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

ວັນທີ 28 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ໄດ້ພົບປະກັບບັນດາຄູ່ຕຳແໜ່ງ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: VOV)

ທີ່ການພົບປະ ລະຫວ່າງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ສອງທ່ານໄດ້ເຫັນດີເປັນເອກະພາບຈະຍູ້ແຮງການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນພາຍໃຕ້ຫຼາຍຮູບແບບ; ເພີ່ມທະວີປະການສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກ ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ພົບປະກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ ສົກແຈນດາ ໂຊເພຍ

ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ກໍ່ໄດ້ພົບປະກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ ສົກແຈນດາ ໂຊເພຍ. ສອງທ່ານໄດ້ເຫັນດີເປັນເອກະພາບ ຈະຕັ້ງໜ້າປະສານສົບທົບກັນ ຈັດກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ຄັ້ງທີ 21 ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ໃຫ້ສຳເລັດເປັນຢ່າງດີ; ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ ຫວຽດນາມ ແລະ ສະຖາບັນການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໃຫ້ເກີດດອກອອກຜົນ; ສືບຕໍ່ຕັ້ງໜ້າພົບປະແລກປ່ຽນ, ເຈລະຈາການປັກຫຼັກໝາຍຊາຍແດນທາງບົກ 16% ທີ່ຍັງເຫຼືອ; ພິຈາລະນາເປີດບັນດາດ່ານຊາຍແດນໃໝ່ ລະຫວ່າງສອງປະເທດ. ກ່ຽວກັບການຮ່ວມມືພາຍໃນ ອາຊຽນ, ລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ສອງທ່ານໄດ້ເຫັນດີເປັນເອກະພາບຈະປະສານສົມທົບຢ່າງແໜ້ນແຟ້ນ, ໜູນຊ່ວຍລາວໃນການເປັນປະທານ ອາຊຽນ 2024 ໃຫ້ສຳເລັດຢ່າງຈົບງາມ; ຊຸກຍູ້ຄວາມສາມັກຄີພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top