
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN)
ກ່າວຄຳເຫັນໄຂກອງປະຊຸມ, ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຊີ້ແຈ້ງວ່າ ນັບແຕ່ປີ 1998, ກົນໄກຮ່ວມມື 3 ຝ່າຍ ແລະ ສອງຝ່າຍກ່ຽວກັບການປາບປາມ, ຕ້ານຢາເສບຕິດລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວໄດ້ສ້າງຕັ້ງຂຶ້ນ ແລະ ພັດທະນາ. ພາຍຫຼັງດຳເນີນມາເປັນ ເວລາ 25 ປີ, ກົນໄກດັ່ງກ່າວໄດ້ແລະ ກຳລັງນັບມື້ນັບເສີມຂະຫຍາຍໄດ້ບົດບາດ, ໝາກຜົນທີ່ບັນລຸໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າການຮັກສາ, ປັບປຸງ ແລະ ຍູ້ແຮງການພົວພັນຮ່ວມມືມິດຕະພາບລະຫວ່າງ 3 ປະເທດໃນວຽກງານປາບປາມ, ຕ້ານຢາເສບຕິດ. ທ່ານ ໂຕເລິມກ່າວວ່າ:
ຍິ່ງກ່າວເວລາໃດໝົດ, 3 ປະເທດພວກເຮົາຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມມືຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງພາຍໃນຢູ່ໃນລະດັບສູງ, ຍາດແຍ່ງແຫຼ່ງກຳລັງພາຍນອກໃຫ້ດີທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ວຽກງານຕໍ່ສູ້, ປາບປາມ, ຕ້ານຢາເສບຕິດ. ກ່ອນອື່ນໝົດ, ຂໍສຸມໃສ່ສົມທົບກັນຕໍ່ສູ້ກັບບັນດາການເຄື່ອນໄຫວຊື້ຂາຍ, ຂົນສົ່ງຢາເສບຕິດຢ່າງຂ້າມຊາດຜິດກົດໝາຍ ໃຫ້ມີປະສິດທິຜົນ, ຍົກສູງການຮ່ວມມືໃນວຽກງານໂຄສະນາ, ບຳບັດຜູ້ຕິດຢາເສບຕິດ, ເພີ່ມທະວີກຳລັງຄວາມສາມາດຂອງຖັນແຖວພະນັກງານປະຕິບັດວຽກງານປາບປາມ, ຕ້ານຢາເສບຕິດ. ຄວາມຜູກມັດ ລະຫວ່າງ 3 ປະເທດຈະແມ່ນປັດໄຈສຳຄັນ, ຮັບປະກັນຄວາມສຳເລັດໃນວຽກງານປາບປາມ, ຕ້ານຢາເສບຕິດຂອງແຕ່ລະປະເທດ.
ທີ່ກອງປະຊຸມ, 3 ປະເທດໄດ້ເຫັນດີເປັນເອກະພາບປະຕິບັດເປົ້າໝາຍປ້ອງກັນ ອາຊຽນໃນການປາບປາມ, ຕ້ານຢາເສບຕິດທີ່ຜິດກົດໝາຍໃນໄລຍະ 2016 - 2025,ບໍ່ມີຄວາມຜ່ອນສັ້ນຜ່ອນຍາວກັບຢາເສບຕິດ, ຢຶດໝັ້ນ ການປະຕິບັດວິໄສທັດອາຊຽນພາຍຫຼັງປີ 2015 ແລະ ຖືນີ້ແມ່ນເປົ້າໝາຍຂອງທັງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)