• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ ບົດ​ບາ​ດ​ເປັນ​ສະ​ມາ​ຊິກ​ກໍ່​ຕັ້ງ​ສະ​ພາ​ສັນ​ຕິ​ພາບ

ແຕ່ວັນທີ 18 ກຸມພາ ຫາວັນທີ 20 ກຸມພາ 2026, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຈະມີການປະຕິບັດງານຢູ່ ອາເມລິກາ, ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ, ນະຄອນຫຼວງ ອາເມລິກາ, ດ້ວຍຖານະເປັນສະມາຊິກກໍ່ຕັ້ງ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: TTXVN)

ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ວໍຊິງຕັນ. ທ່ານຢັ້ງຢືນວ່າ ການປະຕິບັດງານສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບຄວາມມານະພະຍາຍາມສັນຕິພາບສາກົນ:

        “ທ່ານເລຂາທິການໃຫຍ່ຈະພ້ອມກັບບັນດາສະມາຊິກອື່ນຂອງສະພາຈະແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ. ການເຂົ້າຮ່ວມຂອງການນຳສູງສຸດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະ ການພັດທະນາ.”

        ຕາມທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ແລ້ວ, ເລື່ອງ ຫວຽດນາມ ກາຍເປັນສະມາຊິກກໍ່ຕັ້ງຂອງສະພາສັນຕິພາບ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດ, ເຊື່ອມໂຍງ, ປະຕິບັດບັນດາພາລະກຳລວມ. ການປະຕິບັດງານຄັ້ງນີ້ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືຢ່າງແທດຈິງ ແລະ ສ້າງກຳລັງໜູນເພີ່ມເຕີມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ວັນ​ທີ 18 ກຸມ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ວັນ​ທີ 18 ກຸມ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະມີການປະຕິບັດງານຢູ່ ອາເມລິກາ ແລະ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ.

Top