• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຜ່ານ​ນິ​ຕິ​ກຳ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ

ວັນທີ 27 ທັນວາ, ຢູ່ເມືອງ Dakrong, ແຂວງກ໋ວາງຈິ ໄດ້ດຳເນີນງານວາງສະແດງແຜນທີ່ ແລະ ວັດຖຸເອກະສານກ່ຽວກັບຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳ”.

ບັນດາວັດຖຸ, ເອກະສານນີ້ໄດ້ຖືກເກັບກຳຢູ່ພານໃນປະເທດ ແລະ ບັນດາປະເທດໃນໂລກ, ໃນນັ້ນມີ ແມ່ພິມເອກະສານຫຼາຍສະບັບໃນສະໄໝລາຊະວົງຫງວຽນ, ເອກະສານບູຮານ, ເອກະສານໜັງສືຫວຽດເດີມ… ພິເສດ, ງານວາງສະແດງຍັງແນະນຳບັນດາຂໍ້ມູນຂ່າວສານ, ຫຼັກຖານປະຫວັດສາດ ຢັ້ງຢືນອະທິປະໄຕນິຕິກຳຂອງ ຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ພ້ອມທັງ, ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈກ່ຽວກັບຄວາມຈິງດ້ານປະຫວັດສາດ, ເຂົ້າໃຈໄດ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງ ປະຊາຊົນ ຫວຽດນາມ ໃນການປົກປັກຮັກສາຜືນແຜ່ນດິນ, ທະເລໝູ່ເກາະຂອງ ປະເທດຊາດຢ່າງຄົບຖ້ວນ. ງານວາງສະແດງຄັ້ງນີ້ ຍັງສົມທົບວາງສະແດງບັນດາຮູບຖ່າຍກ່ຽວກັບຜົນງານດ້ານເສດຖະກິດສັງຄົມ ຂອງເມືອງເຂດພູດອຍ Dakrong, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເມືອງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top