• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝ​ັ້ນ​ສັນ​ຍາ​ຢ່າງ​ແຮງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU

ແລກປ່ຽນກັບຄະນະກວດກາ EC, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ນະໂຍບາຍ ແລະ ການກຳນົດທິດຂອງ ຫວຽດນາມ ແມ່ນສົ່ງເສີມໃຫ້ຊາວປະມົງທົດທະບຽງອາຊີບຂຸດຄົ້ນ ຢ່າງເປັນມິດກັບສິ່ງແວດລ້ອມ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳແບບຍືນຍົງ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

 ຕອນບ່າຍວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ຕ້ອນຮັບຄະນະກວດກາຂອງ ຄະນະກຳມະການ ເອີລົບ (EC) ກ່ຽວກັບການຕ້ານການຂຸດຄົ້ນພິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ໂດຍທ່ານ Roberto Cesari,  ຫົວໜ້າພາກສ່ວນ IUU (ກົມໃຫຍ່ບັນດາບັນຫາກ່ຽວກັບທະເລ ແລະ ສິນໃນນ້ຳ), ເປັນຫົວໜ້າຄະນະ.

ແລກປ່ຽນກັບຄະນະກວດກາ EC, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ນະໂຍບາຍ ແລະ ການກຳນົດທິດຂອງ ຫວຽດນາມ ແມ່ນສົ່ງເສີມໃຫ້ຊາວປະມົງທົດທະບຽງອາຊີບຂຸດຄົ້ນ ຢ່າງເປັນມິດກັບສິ່ງແວດລ້ອມ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຫຼາຍທີ່ສຸດ ເພື່ອແກ້ໄຂບັນດາເນື້ອໃນຂໍ້ສະເໜີຂອງ EC ຕໍ່ກັບການຢຸດຕິການຂຸດຄົ້ນ IUU, ມຸ່ງໄປເຖິງການພັດທະນາຂະແໜງຂຸດຄົ້ນສິນທະເລແບບຍືນຍົງ, ມີຄວາມຮັບຜິດຊອບ, ມີການຄຸ້ມຄອງ. ຫວຽດນາມ ຕັດສິນໃນສະກັດກັ້ນ, ຢຸດຕິດ ແລະ ກ້າວໄປເຖິງການລົບລ້າງສະພາບການຂຸດຄົ້ນ IUU. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ສະເໜີໃຫ້ EC ແລະ ບັນດາປະເທດ ສະມາຊິກ ເອີລົບ (EU) ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຫວຽດນາມ ດ້ານເຕັກນິກໃນການປະຕິບັດຂໍ້ສະເໜີແນະນຂອງ EC ກ່ຽວກັບ IUU ຢ່າງທັນການ; ສະເໜີໃຫ້ EC ຮັບຮູ້ຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ແລະ ໝາກຜົນຕັ້ງໜ້າຂອງ ຫວຽດນາມ ທີ່ບັນລຸໄດ້ ແລະ ຍົກເລີກບັດເຫຼືອງໃຫ້ແກ່ ຫວຽດນາມ ໂດຍໄວ.

ສ່ວນ ຄະນະປະຕິບັດງານ EC ໄດ້ຕີລາຄາວ່າ ຫວຽດນາມ ມີຄວາມເດັດດຽວນັບແຕ່ຂັ້ນສູນກາງ, ປະກາດໃຊ້ຫຼາຍຂໍ້ກຳນົດກົດໝາຍ, ກົນໄກ, ນະໂຍບາຍເພື່ອຕ້ານການຂຸດຄົ້ນ IUU. ຜ່ານການກວດກາຕົວຈິງຕາມທ້ອງຖິ່ນແຄມທະເລໂດຍບັງເອີນ, ຄະນະປະຕິບັດງານໄດ້ເຫັນການປັບປຸງພໍສົມຄວນໃນການຜັນຂະຫຍາຍການປະຕິບັດຕ້ານ IUU.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top