• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ ອະ​ນຸ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ ແລະ ເຂັ້ມ​ງວດ

ທ່ານເອກອັກຄະລັດຖະທູດ ຟ້າມວຽດແອັງ ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນການບໍ່ເຜີຍແປ ແລະ ຫຼຸດຜ່ອນອາວຸດລ້າງຜານຢ່າງສິ້ນເຊິ່ງໂດບມີການກວດກາ ລວມມີອາວຸດເຄມີ.
ກອງປະຊຸມສະຫຼຸບຄັ້ງທີ 5 ກ່ຽວກັບການປະຕິບັດອະນຸສັນຍາຫ້າມອາວຸດເຄມີ (ພາບ: TTXVN)

ຢູ່ກອງປະຊຸມສະຫຼຸບຄັ້ງທີ 5 ທີ່ໄດ້ດຳເນີນຢູ່ La Haye (ໂຮນລັງ) ໃນລະຫວ່າງວັນທີ 15 – 19 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຟ້າມວຽດແອັງ ຜູ້ຕາງໜ້າຫວຽດນາມ ປະຈຳອົງການຫ້າມອາວຸດເຄມີ (OPCW), ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດອະນຸສັນຍາຫ້າມອາວຸດເຄມີ ( CWC) ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນການບໍ່ເຜີຍແປ ແລະ ຫຼຸດຜ່ອນອາວຸດລ້າງຜານຢ່າງສິ້ນເຊິ່ງໂດບມີການກວດກາ ລວມມີອາວຸດເຄມີ, ກ່າວປະນາມທຸກການກຳທະນຳໃຊ້ອາວຸດເຄມີບໍ່ວ່າຜູ້ໃດ, ບໍ່ວ່າບ່ອນໃດ, ໃນທຸກຮູບແບບ ແລະ ບໍ່ວ່າສາຍເຫດໃດ. ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາປະຕິບັດ CWC ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ.

ຄະນະຜູ້ແທນ ຫວຽດນາມ ສະເໜີ ແລະ ຮຽກຮ້ອງບັນດາການເຄື່ອນໄຫວຂອງ OPCW ຕ້ອງປະຕິບັດຕາມບົດບາດໜ້າທີ່ ທີ່ໄດ້ກຳນົດໃນອະນຸສັນຍາ CWC, ເພີ່ມທະວີການຮ່ວມມື, ເຈລະຈາເພື່ອແກ້ໄຂຄວາມແຕກຕ່ງກັນ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດໃນການພັດທະນາອຸດສາຫະກຳເຄມີຢ່າງປອດໄພ ແລະ ມີຄວາມໝັ້ນຄົງ, ເພື່ອເປົ້າໝາຍສັນຕິພາບ.

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top