"ຫວຽດນາມ ມີພື້ນຖານພັດທະນາສູນການເງິນສາກົນ”. ນີ້ແມ່ນການຕີລາຄາຂອງທ່ານຮອງສາດສະດາຈານ,ປອ. ຫງວຽນດັງບັ່ງ, ຫົວໜ້າຄຸ້ມຄອງຂະແໜງດຳເນີນທຸລະກິດ ໂຮງຮຽນ Judge Business School, ມະຫາວິທະຍາໄລ Cambridge. ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ອັງກິດ, ທ່ານ ຮອງ ສຈ. ປອ ຫງວຽນດັງບັ່ງ ໃຫ້ຮູ້ວ່າ ດ້ວຍເປົ້າໝາຍສ້າງສູນການເງິນສາກົນ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການກ່ຽວກັບທຶນຮອນ ແລະ ບັນດາຄຳຮຽກຮ້ອງກ່ຽວກັບການເງິນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຮັບໃຊ້ໂລກອີກດ້ວຍ, ຫວຽດນາມ ມີພື້ນຖານເພື່ອປະຕິບັດເປົ້າໝາຍດັ່ງກ່າວ. ທ່ານກໍໄດ້ຍົກອອກບັນດາເງື່ອນໄຂພື້ນຖານເພື່ອສ້າງຕັ້ງ ແລະ ພັດທະນາສູນການເງິນສາກົນ ເຊິ່ງ ຫວຽດນາມ ຈະຕ້ອງລົງທຶນເພື່ອຕອບສະໜອງ.
ທ່ານ ຮອງ ສຈ. ປອ ຫງວຽນດັງບັ່ງ ກໍເນັ້ນໜັກວ່າ ຢາກກາຍເປັນສູນການເງິນສາກົນ, ຫວຽດນາມ ຕ້ອງມີຄວາມສາມາດດຶງດູດຜູ້ມີຄວາມເກັ່ງກ້າສາມາດໃນໂລກ. ທ່ານຖືວ່າ ນະຄອນ ໂຮ່ຈີມິນ ມີທ່າໄດ້ປຽບໃນການດຶງດູດຜູ້ມີຄວາມເກັ່ງກ້າສາມາດ ແລະ ບັນດານັກລົງທຶນສາກົນ, ດ້ວຍຄວາມດູດດື່ມທາງດ້ານວັດທະນະທຳ, ປະຫວັດສາດທີ່ມີມາແຕ່ດົນນານ ແລະ ຊີວິດສັງຄົມທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ. ທ່ານກໍຖືວ່າ ສະພາບແວດລ້ອມດຳລົງຊີວິດປະກອບສ່ວນສຳຄັນໃນການຕັດສິນເລືອກບ່ອນດຳລົງຊີວິດ ແລະ ເຮັດວຽກຂອງນັກລົງທຶນ.