• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີ່ງ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປົກ​ກະ​ຕິ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກ​ັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ເປັນ​ປົກ​ກະ​ຕິ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ກໍ​ລະ​ນີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
  ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ ​(ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ)  

ຕອນ​ບ່າຍ​ວັນ​ທີ 23 ເມ​ສາ, ຢູ່ກອງ​ປະ​ຊຸມ​ນັດ​ສາ​ມັນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຢູ່​ຮ່າ​ໂນ້ຍ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ມາ​ດ​ຕະ​ການ​ຂອງ ຫວຽດ​ນາມ ແນ​ໃສ່​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ໃນ​ສະ​ພາບ​ການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ໄດ້​ ແລະ ພວມ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ, ບໍ່​ປະ​ໃຫ້​ເກີດ​ສະ​ພາ​ວະ​ຂາດ​ແຄ​ນ​ແຫຼ່ງ​ເຊື້ອ​ເພີງ​ຮັບ​ໃຊ້​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ບໍ​ລິ​ໂພກ​ຂອງປະ​ຊາ​ຊົນ. ທ່ານ​ນາງ ຢັ້ງ​ຢືນ​ຕື່ມ​ອີກວ່າ: ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກ​ັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ເປັນ​ປົກ​ກະ​ຕິ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ກໍ​ລະ​ນີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕາມ​ທ່ານ​ນາງ ຟ້າມ​ທູ​ຮັ່ງ ແລ້ວ, ບັນ​ດາ​ອົງ​ການ​ເຈົ້າ​ໜ້າ​ທີ່​ພ້ອມ​ດ້ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ - ສົ່ງ​ອອກ​ເຊື້ອ​ເພີງ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ​ຮັກ​ສາ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື​ຕ່າງ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ສະ​ໜອງ​ໄລ​ຍະ​ຍາວ​ທີ່​ໄດ້​ລົງ​ນາມ​ແລ້ວ​ຢ່າງ​ຄົບ​ຖ້ວນ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ມາດ​ຕະ​ການ​ພື້ນ​ຖານ​ຊ່ວຍ​ຮັກ​ສາ​ແຫຼ່ງ​ສະ​ໜອງ​ເປັນ​ປົກ​ກະ​ຕິ, ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ບັນ​ດາ​ການ​ຜັນ​ແປ​ທີ່​ຜິດ​ປົກ​ກະ​ຕິ​ຂອງ​ຕະຫຼາດ​ພະ​ລັງ​ງານ​ໂລກລົງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ກໍ​ຕັ້ງ​ໜ້າ​ແລກ​ປ່ຽນ, ເຮັດ​ວຽກ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອື່ນ ແນ​ໃສ່​ຫັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ເປັນ​ຫຼາ​ກຫຼາຍ, ຫຼີກ​ລ້ຽງ​ການ​ເອື່ອຍ​ອີງ​ໃສ່​ຕະຫຼາດ​ໃດ​ໜຶ່ງ.

(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top